ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະຫຼະຊີວິດ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເຊິ່ງແມ່ນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ.
ແມ່ນເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກຈາກອິດທິກໍາລັງຂອງຈັກກະພັດຝຣັ່ງຜູ້ຮຸກຮານ ເວົ້າສະເພາະ, ເວົ້າລວມກໍ່ຄືປະຊາຊົນລາວບັນດາເຜົົ່າໃນທົ່ວປະເທດ ແລະ ເປັນການອຸທິດບຸນກຸສົນ ເຖິງດວງວິນຍານຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ ອົງການປົກຄອງເມືອງທ່າແຂກ ແຂວງຄຳມ່ວນ ແມ່ນໄດ້ຈັດງານຕັ້ງກອງບຸນ ຢູ່ຫໍຈາລຶກປະຫວັດສາດ 21 ໂດຍເລີ່ມແຕ່ວັນທີ 19-21 ມີນາ 2023.
ພາຍໃນງານແມ່ນໄດ້ມີການໄຫວ້ພຣະຮັບສິນ, ສູດປະຣິຕຣະມຸງຄຸນ, ຮັບເຄື່ອງປັດໄຈໄຊຍະທານ, ຊົມສະແດງສີລະປະວັນນະຄະດີ ແລະ ຊົມການວາງສະແດງ ຊື້-ຂາຍ ສິນຄ້າ (ໂອດ໋ອບ) ຂອງບັນດາເມືອງ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ.
ໃນຕອນເຊົ້າວັນທີ 21 ມີນາ 2023 ແມ່ນພິທີໃສ່ບາດຖວາຍສັງຂະທານ ຂອງງານບຸນຫໍຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ໂດຍເປັນກຽດຮ່ວມໃສ່ບາດໃນຄັ້ງນີ້ມີທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີການນຳຂອງແຂວງ, ການນໍາຂັ້ນເມືອງ, ຂະແໜງການຕ່າງໆອ້ອມຂ້າງແຂວງ ຕະຫຼອດເຖິງພໍ່ແມ່ປະຊາຊົນ ຊາວພຸທະສາສະນິກະຊົນພາຍໃນແຂວງຈຳນວນຫຼວງຫຼາຍເຂົ້າຮ່ວມ.
ພິທີທຳບຸນຖວາຍສັງຂະທານ ເພື່ອອຸທິດສ່ວນບຸນກຸສົນ ເຖິງດວງວິຍານຂອງນັກຮົບ ແລະ ປະຊາຊົນ ຜູ້ທີ່ໄດ້ລ່ວງລັບໄປແລ້ວນັ້ນ ທາງການນຳເມືອງທ່າແຂກ ແຂວງຄຳມ່ວນ ແມ່ນໄດ້ຈັດຂຶ້ນໃນທຸກໆປີ ເນື່ອງໃນໂອກາດ ວັນທີ 21 ມີນາ ໄດ້ໝູນວຽນມາ.
ກົດເບິ່ງວີດີໂອອື່ນໆທີ່: