ລາຄາຄຳໃນຕະຫຼາດໂລກເມື່ອວັນທີ20 ມີນາ ເພີ່ມຂຶ້ນທະລຸ 2.000 ໂດລາຕໍ່ອອນ ສູງສູດໃນຮອບ1ປີກວ່າ ເນື່ອງຈານນັກລົງທຶນ ຍັງມີຄວາມກັງວົນບັນຫາຂອງພາກທະນາຄານ ໃນສະຫະລັດອາເມຣິກາ ແລະ ສະວິດເຊີແລນເຖິງແມ່ນວ່າ ທະນາຄານ UBS ເຊິ່ງເປັນທະນາຄານຍັກໃຫຍ່ຂອງສະວິດເຊີແລນ ຈະເຂົ້າໄປຄວບລວມກິດຈະການຂອງທະນາຄານເຄຣດິດສະວິດ ແລ້ວກໍຕາມ. ຂະນະທີ່ລາຄາຄຳຮູບປະພັນຂອງລາວ ໄດ້ຂຶ້ນເກືອບຈຸ17ລ້ານກີບຕໍ່ບາດໃນວັນດັ່ງກ່າວ.
ໂດຍລາຄາຄຳ ເຊິ່ງເປັນສິນຊັບທີ່ປອດໄພ ເພີ່ມຂຶ້ນເປັນ 2.009ໂດລາຕໍ່ອອນ ໃນການຊື້-ຂາຍໃນຕະຫຼາດລອນດອນເມື່ອວັນທີ 20 ມີນາຜ່ານມາ ເຊິ່ງຖືເປັນລາຄາສູງສຸດ ນັບແຕ່ເກີດຄວາມຄັດແຍ່ງລະຫວ່າງຣັດເຊຍ ກັບ ອູແກຣນ.
ໂດຍລາຄາຄຳໄດ້ເພີ່ມຂຶ້ນ 9% ແລ້ວ ນັບແຕ່ທະນາຄານ ຊີລີຄອນ ວັລເລ ຂອງສະຫະລັດລົ້ມລະລາຍເມື່ອ 10 ກວ່າວັນທີ່ຜ່ານມາ ເນື່ອງຈາກຂາດສະພາບຄ່ອງ. ຈາກສະຖານະການດັ່ງກ່າວ ໄດ້ເຮັດໃຫ້ນັກລົງທຶນເຂົ້າຊື້ຄຳເປັນຈຳນວນຫຼວງຫຼາຍ ເນື່ອງຈາກເປັນສິນຊັບທີ່ປອດໄພ.
ເຮັດໃຫ້ລາຄາຄຳຮູບປະພັນໃນລາວ ປັບຂຶ້ນມາຢູ່ທີ່16.929.000ກິີບຕໍ່ໜຶ່ງບາດໃນວັນທີ20 ມີນາ ເຊິ່ງເປັນສະຖິຕິສູງສຸດໃນຮອບເກືອບ10 ເດືອນ ຢ່າງໃດກໍຕາມ ວັນທີ21 ມີນາລາຄາຄຳປັບລົງເລັກໜ່້ອຍມາຢູ່ທີ່ 16.879.000 ກີບຕໍ່ໜຶ່ງບາດ.
ກົດເບິ່ງວີດີໂອຂ່າວເພີ່ມຕື່ມທີ່: