• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເລີ່ມຈາກການເຮັດສິ່ງທີ່ມັກ ຈົນກາຍເປັນອາຊີບຫລັກ ZOLOX ເປີດ STUDIO ຂອງຕົນເອງ

ByAdmin A

Mar 22, 2023 #ZOLOX

ຫຼາຍຄົນຄົງຮູ້ຈັກໜຸ່ມຄົນນີ້ດີເລີຍແຫຼະ ເປັນອີກໜຶ່ງຄົນທີ່ມີຄວາມສາມາດຫຼາກຫຼາຍໃນວົງການບັນເທີງ ບໍ່ວ່າຈະເປັນມືເບສ, ນັກຮ້ອງ ລວມທັງ ການແຕ່ງເພງ ແຕ່ງເນື້ອຮ້ອງ
ນັ້ນກໍຄື ໜຸ່ມ ZOLOX ຫຼື ວົງປະດິດ ຣັດຕະນະນວົງ ເຈົ້າຂອງຜົນງານເພງ ຈື່, ເພື່ອເຈົ້າ ແລະ ເພງຫຼ້າສຸດ ເພງ ລົບ ຫຼ້າສຸດໜຸ່ມຄົນນີ້ບໍ່ຢຸດຝັນ ໄດ້ເປີດສະຕູດີໂອເປັນຂັງຕົນເອງເປັນທີ່ຮຽບຮ້ອຍ ຄື ZOLOX STUDIO


ໂດຍເຈົ້າໂຕໄດ້ໂພສວ່າ:
ເລີ້ມຈາກການເຮັດສິ່ງທີ່ມັກ ຈົນກາຍເປັນອາຊີບຫລັກຈົນຮອດມື້ນີ້

.


ຂອບໃຈໝູ່ເພື່ອນ,ອ້າຍເອື້ອຍນ້ອງ,ຍາດຕິພີ່ນ້ອງ ທີ່ຮັກແພງ
ທີ່ມາຮ່ວມຍິນດີແລະມາຄໍ້າມາຄູນເປີດStudioໃໝ່ນໍາກັນ

.


ZOLOX STUDIO ເປີດເປັນທາງການແລ້ວເດີ້ ຮັບເຮັດທຸກຢ່າງຄົບວົງຈອນ (Producer,Engineer,Mix&Master…)
ສໍາລັບຄົນຮັກແພງທຸກຄົນຢາກເຂົ້າມາຮ່ວມຍິນດີຢ້ຽມຢາມສະຕູດິໂອຮຽງເຊີນທຸກຄົນເລີຍເດີ້ ເພາະທຸກຄົນຄືສິ່ງທີ່ສໍາຄັນທີ່ເຮັດໃຫ້ມີທຸກມື້ນີ້ ສະຖານທີ່ຕັ້ງຢູ່ ບ້ານໂພນສົມບູນ (ຫລັງກະຊວງໂຢທາທິການ)

ເມືອງ ສີໂຄດຕະບອງ ແຂວງ ນະຄອນຫລວງວຽງຈັນ

Leave a Reply

Your email address will not be published. Required fields are marked *