ຕອນບ່າຍ ວັນທີ 20 ມີນາ 2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ໄດ້ເດີນທາງມາຮອດ Kathmandu ປະເທດ ເນປານ ເປັນທີ່ຮຽບຮ້ອຍແລ້ວ. ເພື່ອເຂົ້າຮ່ວມ ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ແລະ ແນ່ນອນຕອນແລງຂອງວັນທີ 20 ມີນາ 2023 ໄດ້ມີການຊ້ອມທັນທີ ລາຍລະອຽດເບິ່ງຄລິບລຸ່ມນີ້
ແນ່ນອນ ພາບທີ່ຫາເບິ່ງໄດ້ຢາກກໍຄື ສຸກອາພອນ ວົງຈຽງຄໍາ ໄດ້ທັກທາຍ ຫົວໜ້າຄູຝຶກ ແລະ ໄມເຄິລ ວ່າງ ກອງກາງເຊື້ອສາຍລາວ-ອາເມຣິກາ ກ່ອນນໍາທີມລົງແຂ່ງຂັນວັນທີ 22 ມີນາ 2022 ຂະນະວັນທີ 20 ມີນາ ກໍໄດ້ລົງຊ້ອມກັບຄັ້ງທໍາອິດ ( ເບິ່ງຜົນງານຂອງ ໄມເຄິລ ວ່າງ ແລະ ສຸກອາພອນ ທີ່ຄລິບລຸ່ມນີ້ )
ສຳລັບລາຍການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1. ເນປານ ( ເຈົ້າພາບ )
2. ບູຖານ
3. ສປປລາວ
ຕາຕະລາງ ການແຂ່ງຂັນມີດັ່ງນີ້:
– ວັນທີ 22/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດລາວ
– ວັນທີ 25/03/2023 ເວລາ 18:00 ທີມຊາດລາວ ພົບ ທີມຊາດບູຖານ
– ວັນທີ 28/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດບູຖານ
– ວັນທີ 31/03/2023 ເວລາ 17:30 ຮອບຊີງຊະນະເລີດ ( ທີມອັນດັບ 1 ຊີງກັບ ທີມອັນດັບ 2 )
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.