ທ່ານ ບຸນຄົງຫລ້າ ຫຼ້າຈຽມພອນ ເຈົ້າແຂວງອຸດົມ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານຫາດເຕິ ເມືອງງາ ແຂວງອຸດົມໄຊ ໃນວັນທີ17 ມີນາ 2023 ໂດຍມີທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ, ມີເລຂາຄະນະພັກເຂດ, ພ້ອມດ້ວຍຫົວໜ້າພະແນກ ຮອງພະແນກການ ພະນັກງານວິຊາການທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ໃນການລົງຢ້ຽມຢາມ ແລະ ເຮັດວຽກຢູ່ ບ້ານຫາດເຕິຄັ້ງນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ນ້ອງນ້ອຍນັກຮຽນ. ຈາກນັ້ນ, ໄດ້ຮັບຟັງການລາຍງານສະພາບການປະຕິບັດວຽກງານຮອບດ້ານຂອງບ້ານຫາດເຕິ ໂດຍຫຍໍ້ ເຊິ່ງບ້ານຫາດເຕິ ເປັນບ້ານທີ່ຕິດກັບແມ່ນນ້ຳຂອງ ມີການຄ້າຂາຍທີ່ສະດວກສະບາຍ, ປະຊາຊົນເຮັດອາຊີບຄ້າຂາຍ ແລ່ນເຮືອ, ປູກຝັງ, ລ້ຽງສັດ ໂດຍສະເພາະແມ່ນລ້ຽງສັດໃຫຍ່ ປູກໝາກເດືອຍ ເຮັດນາແຊງ ແລະ ອື່ນໆ, ມີຮິດຄອງປະເພນີອັນດີງາມ ປະຊາຊົນມິຄວາມດຸໝັ່ນຫ້າວຫັນໃນການສ້າງເສດຖະກິດຄອບຄົວ.
ໃນໂອກາດທີ່ທ່ານ ເຈົ້າແຂວງມາຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານຫາດເຕີຄັ້ງນີ້ ທ່ານໄດ້ເນັ້ນໃຫ້ປະຊາຊົນພາຍໃນບ້ານ ຈົ່ງເອົາໃຈໃສ່ເຂົ້າໃນການພັດທະນາເສດຖະກິດຄອບຄົວ, ດ້ວຍການປູກຝັງ – ລ້ຽງສັດ ໂດຍສະເພາະແມ່ນສັດໃຫຍ່ ເຊິ່ງເຂດດັ່ງກ່າວແມ່ນມີມູນເຊື່ອໃນການລ້ຽງສັດໃຫຍ່ມາກ່ອນແລ້ວ. ດັ່ງນັ້ນ, ຈຶ່ງຢາກໃຫ້ເສີມຂະຫຍາຍວຽກງານນີ້ໃຫ້ກ້ວາງຂວາງ, ເອົາໃຈໃສ່ດ້ານການສຶກສາ ໃຫ້ລະດົມລູກຫລານໄດ້ຮຽນຈົບຊັ້ນມັດທະຍົມປາຍ, ອົງການປົກຄອງບ້ານ ຕ້ອງໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ບໍໃຫ້ມີການລະບາດຢູ່ໃນບ້ານຢ່າງເດັດຂາດ, ຮັກສາຮີດຄອງປະເພນີ ທີ່ມູນເຊື້ອອັນດີງາມຂອງເຜົ່າ, ຮັກສາຄວາມສະອາດຢູ່ພາຍໃນບ້ານ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ.
ພ້ອມນີ້ ທ່ານ ຍັງໄດ້ນຳເອົາເຄື່ອງຈຳນວນໜື່ງມອບໃຫ້ບ້ານຫາດເຕິຕື່ມອີກ.