• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດລາວ ຮອດເນປານ ແລ້ວ,ພາບເດັດ ສຸກອາພອນ ທັກທາຍ ໄມເຄິລ ວ່າງ ກ່ອນນໍາທີມລົງແຂ່ງ

ຕອນບ່າຍ ວັນທີ 20 ມີນາ 2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ໄດ້ເດີນທາງມາຮອດ Kathmandu ປະເທດ ເນປານ ເປັນທີ່ຮຽບຮ້ອຍແລ້ວ. ເພື່ອເຂົ້າຮ່ວມ ການແຂງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day) ທີ່ ປະເທດ ເນປານ ໃນລະຫວ່າງວັນທີ 22-31 ມີນາ 2023

ແນ່ນອນ ພາບທີ່ຫາເບິ່ງໄດ້ຢາກກໍຄື ສຸກອາພອນ ວົງຈຽງຄໍາ ໄດ້ທັກທາຍ ຫົວໜ້າຄູຝຶກ ແລະ ໄມເຄິລ ວ່າງ ກອງກາງເຊື້ອສາຍລາວ-ອາເມຣິກາ ກ່ອນນໍາທີມລົງແຂ່ງຂັນວັນທີ 22 ມີນາ 2022 ( ເບິ່ງຜົນງານຂອງ ໄມເຄິລ ວ່າງ ແລະ ສຸກອາພອນ ທີ່ຄລິບລຸ່ມນີ້ )

ສຳລັບລາຍການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1. ເນປານ ( ເຈົ້າພາບ )
2. ບູຖານ
3. ສປປລາວ

ຕາຕະລາງ ການແຂ່ງຂັນມີດັ່ງນີ້:
– ວັນທີ 22/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດລາວ
– ວັນທີ 25/03/2023 ເວລາ 18:00 ທີມຊາດລາວ ພົບ ທີມຊາດບູຖານ
– ວັນທີ 28/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດບູຖານ

– ວັນທີ 31/03/2023 ເວລາ 17:30 ຮອບຊີງຊະນະເລີດ ( ທີມອັນດັບ 1 ຊີງກັບ ທີມອັນດັບ 2 )
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

Leave a Reply

Your email address will not be published. Required fields are marked *