ປະມວນພາບບັນຍາກາດບາງສ່ວນຈາກເຫຼົ່າສິນລະປິນລ່ວໃນຄໍ່າຄືນຂຶ້ນເວທີຄອນເສີດສາກົນໃນງານ Sabaidee Fest 2023 ຈັດຂຶ້ນທີ່ California USA ໃນ 18-19 ມີນານີ້
ບອກເລີຍວ່າເປັນປະສົບການ ແລະ ເປັນການເປີດວົງການເພງລາວ ສິນລະປິນລາວທີ່ໄດ້ຂຶ້ນຮ້ອງເພງ ໂຊຄວາມສາມາດ ແລະ ເອົາເວທີສາກົນນີ້ເຜີຍແພ່ເພງລາວ, ວັດທະນະທໍາລາວໄປໃຫ້ສາກົນເຮັດ ແລະ ຖືວ່າເປັນທີ່ສົນໃຈຂອງສາກົນ ແບບຕາມພາບ ວິດີໂອຕ່າງ ໃນສື່ອອນລາຍ ທັງໂຕສິນລະປິນເອງແລະ ແຟນໆທີ່ຢູ່ທີ່ງານ
ຢ່າງທີ່ໄດ້ນໍາສະເໜໄປວ່າມີທີມລູກເຂີຍໃສ່ມອງ 4 ໜຸ່ມ ຢ່າງ ໂສພະນາ, ແບກິ, ເຈມ ຢູໂນ ແລະ ກູດ ຈີເອກທູ ນອກນັ້ນກໍມີ ນັດດາວ, ຊາມິໂອພີ, ຖິ່ນລໍາພອນ ລວມທັງ ໄອລ້າ ແລະ ເອັມດີ
ຕາມພາບ ແລະ ວິດີໂອທີ່ນໍາມາໃຫ້ທ່ານໄດ້ຊົມ ມ່ວນມັນ ຈັດເຕັມກັນອີ່ຫຼີ່ ແລະ ຊົມເຊີຍທີ່ເຮັດສິ່ງທີ່ມັກຮັກເປັນທຶນຮອນ, ສານຕໍ່ຄວາມຝັນໃຫ້ສາກົນໄດ້ຮັບຮູ້ ແລະ ຂໍໃຫ້ພັດທະນາວົງການເພງລາວ ສ້າງສັນຜົນງານດີໆແບບນີ້ອອກມາໃຫ້ໄດ້ຮັບຊົມຮັບຟັງ ຕະຫຼອດໄປເດີ້
.
.
ເຫັນແລ້ວຫຼາຍຄົນຕ່າງເຂົ້າມາພູມໃຈ ຍິນດີ ແລະ ດີໃຈ ທີ່ສິນລະປິນລາວ ໄວ້ລຸ້ນກຸ່ມນີ້ ທີ່ໄດ້ໄປຮ່ວມງານ
ພູມໃຈ ທີ່ Sabaidee Fest 2023 ຈັດຂຶ້ນທີ່ California USA ໃນ 18-19 ມີນານີ້