ທີມບານເຕະຄົນພິການຕາລາວ ສາມາດຄວ້າອັນດັບ 2 ໃນການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ຈັງຫວັດນົນທະບູລີ ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023 ໂດຍສະເພາະ ສົມສັກ ດວງວິໄລ ຄວ້າລາງວັນນັກເຕະດີເດັ່ນປະຈໍາລາຍການ.
ລາຍການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3 ຜົນການແຂ່ງຂັນມີດັ່ງນີ້: ( ເບິ່ງລາຍລະອຽດທີ່ຄລິບ )
-ແຊ້ມ: ໄທ
-ຮອງແຊ້ມ: ລາວ
-ອັນດັບ 3 ອິນເດຍ
-ອັນດັບ 4: ຄາຊັກສະຖານ
-ລາງວັນດາວຍິງສູງສຸດ Panyawut Kupan ຈາກໄທ
-ລາງວັນຜູ້ຮັກສາປະຕູດີເດັ່ນ Ponchai Kasikonudompaisan ຈາກໄທ
-ນັກເຕະດີເດັ່ນປະຈໍາລາຍການ: ສົມສັກ ດວງວິໄລ ຈາກລາວ