ສາວພອນ ຕຳນານນອນກອດກົກເປົ້າທີ່ເປັນເພງເປີດທາງໃຫ້ກ້າວສູ່ສັງຄົມທີ່ຫຼູຫຼາ ເວົ້າແບບນີ້ຫຼາຍຄົນອາດວ່າຫຼູຢູ່ບ່ອນໃດ ລອງຄິດເບິ່ງ ຮ້ານດັງ, ຄົນດັງໃນລາວທີ່ໄທເຮົາເຈົ້າຂ້ອຍຍັງເຂົ້າບໍເຖິງແຕ່ສາວພອນໄດ້ໄປ ໄດ້ຮ່ວມກິດຈະກຳ ໄດ້ໃກ້ຊິດຄົນດັງ ອາຫານດີໆລາຄາແສນແພງເຮົາເຂົ້າບໍເຖິງແຕ່ສາວພອນ-ບ່າວແມັກກິນໄປຮຽບຮ້ອຍແລ້ວ ໃນຂະນະທີ່ພວກເຮົາຫຼາຍຄົນລວມທັງແອັດມິນຍັງບໍຮອດໄດ້ຊີມດ້ວຍຊ້ຳໄປ.
ສຳລັບສາວພອນແລ້ວ ນາງຈະມາໃຫ້ຄວາມບັນເທິງໃນຮູບແບບເປັນຕາຮັກຕາແພງ ແຈ້ງເກີດກັບບົດເພງນອນກອດກົກເປົ້າ ກາຍເປັນຄົນດັງໃນໂຊຊຽວໄປຊົ່ວຂ້າມຄືນ ສາວພອນບອກວ່າຍ້ອນອົກຮັກ ແລະການອົກຮັກຄັ້ງນັ້ນຂອງສາວພອນແມ່ນຄຸ້ມຄ່າສົມລາຄາເກີນຄຸ້ມ ເພາະເຮັດໃຫ້ຊີວິດຂອງສາວບ້ານນາຄົນໜຶ່ງກາຍເປັນທີ່ຮູ້ຈັກໃນທົ່ວລາວ ແລະດັງໄປຮອດຝັ່ງຂອງເບື້ອງນັ້ນແບບບໍໄດ້ລົງທຶນລົງຮອນໃດໆ.
ຈາກເພງນອນກອດກົກເປົ້າແລ້ວກໍ່ມີອີກຫຼາຍເພງທີ່ສາວພອນຮ້ອງ ເຖິງຈັງຫວະທຳນອງຈະຜິດພ້ຽນແປກໆ ແຕ່ນັ້ນບໍໄດ້ເຮັດໃຫ້ຄວາມດັງນ້ອຍລົງເລີຍ ແມ່ນແຕ່ການຕີພິມຂີດຂຽນທີ່ບໍເປັນຖ້ອຍເປັນຄວາມຂອງສາວພອນກໍເປັນທີ່ສົນໃຈໄປໝົດ ສ້າງສ້າງຍອດໄລຍອດແຊເປັນພັນໆໃນສ້ຽວວິນາທີ ເຊິ່ງຍາກໜັກທີ່ຄົນທົ່ວໄປຈະເຮັດໄດ້.
ຈາກເລື່ອງລາວຂອງສາວພອນ ຫຼາຍຄົນກໍ່ໄດ້ຄວາມບັນເທິງ ແຕ່ຫຼາຍຄົນກວ່າໄປໃນແງ່ທີ່ບໍສ້າງສັນໜັກ ແນວໃດກໍ່ຢ່າ ຖືວ່າສາວພອນ ແລະຜົວສຸດທີ່ຮັກຂອງເພິ່ນຄືບ່າວແມັກແມ່ນປະສົບຜົນສຳເລັດໃນໂລກໂຊຊຽວ ແລະໄດ້ເຮັດໃຫ້ຊີວິດເຂົາເຈົ້າດີຂຶ້ນຢ່າງທັນຕາ ມີເງິນປຸກເຮືອນຫຼັງງາມ ຫຼ້າສຸດນີ້ມີກຳລັງຈູງມືກັນໄປຊື້ລົດໃຫຍ່ແລ້ວ ທັງໝົດນັ້ນເປັນຄວາມຝັນຂອງໃຜຫຼາຍໆຄົນແຕ່ກໍ່ຍາກທີ່ຈະເຮັດໄດ້ ຕ່າງຈາກສາວພອນ ທີ່ໃຊ້ຄວາມຊື່ເປີດທາງຕົນເງິນສູ່ເງິນລ້ານໄດ້ຢ່າງງ່າຍດາຍ.
ນີ້ແລຊີວິດ ເພິ່ນຈັ່ງງວ່າແຂ່ງຫຍັງແຂ່ງໄດ້ແຕ່ແຂ່ງບຸນວາດສະໜາແຂ່ງບໍໄດ້ ເຮົາເບິ່ງສາວພອນ ແລະບ່າວແມັກເຮັດອອກມາ ກໍ່ພໍຮູ້ແລ້ວວ່າບໍຈຳເປັນຫຼູຫຼາ ຂໍພຽງຖືກໃຈຜູ້ຊົມກໍແລ້ວໄປ ຈັ່ງໃດກໍ່ຍິນດີນຳ ແລະຂໍໃຫ້ມີທາຍາດໄວໆ ລົດໃຫຍ່ສອງຄັນຂີ່ກັນສອງຄົນບໍອົບອຸ່ນເທົ່າມີໂຕນ້ອຍມານັ່ງຂ້າງນໍໆ!