ຂປລ. ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ໄໜສຽງພັດທະນາກະສິກຳ ແຂວງໄຮລົງຈ່ຽງ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ-ທັນສະໄໝ ໃນວັນທີ 17 ມີນາ 2023 ທີ່ນະຄອນຫລວງວຽງຈັນ.
ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດຕະຖານກະສິກຳສະອາດ ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານດົງບັງ ແລະ ບ້ານແກ້ງໄຄ້ ເມືອໄຊທານີ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທີ່ລຽບຕາມເສັ້ນທາງ ລົດໄຟລາວ-ຈີນ, ພ້ອມທັງຊອກຫາພື້ນທີ່ທີ່ເໝາະສົມ ໃຫ້ໄດ້ 4 ຈຸດ, ຈຸດລະ 150 ເຮັກຕາ ເພື່ອພັດທະນາພະລັງານແສງຕາເວັນ ຮັບໃຊ້ການຜະລິດກະສິກຳທັນສະໄໝດັ່ງກ່າວ, ຄາດຄະເນມູນຄ່າໂຄງການ ປະມານ 79 ລ້ານໂດລາສະຫະລັດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ນາງ ເອີເວ ປະທານ ບໍລິສັດ ໄໝສຽງ ພັດທະນາກະສິກຳ ແຂວງໄຮລົງຈ່ຽງ ຈຳກັດ, ມີທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານກຳມະທິການຮ່ວມມືລາວ-ຈີນ ພ້ອມດ້ວຍພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ພາຍຫລັງກົມປູກຝັງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງ ໄຮລົງຈ່ຽງ ຈຳກັດ ທີ່ນະຄອນຫລວງວຽງຈັນ, ລົງວັນທີ 15 ຕຸລາ 2018 ກ່ຽວກັບການຮ່ວມມືດ້ານວິຊາການ (ໂຄງການຕົວແບບການຜະລິດພືດຜັກ ແລະ ໝາກໄມ້ສະອາດ) ຢູ່ ສປປ ລາວ ໄປຕາມທິດການຜະລິດກະສິກໍາສະ ອາດ, ສີຂຽວ ແລະ ຍືນຍົງ ທັງເປັນທ່າແຮງ ໃນການຍົກລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານວິຊາການ ແລະ ກະສິກອນ, ກົມປູກຝັງ ຕາງໜ້າກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບບໍລິສັດ ຂຽນບົດສະເໜີໂຄງການ ຕົວແບບການປູກພືດຜັກ ແລະ ໝາກໄມ້ສະອາດ ຕິດພັນກັບການນຳໃຊ້ພະລັງແສງຕາເວັນ ປະກອບເຂົ້າໃນໂຄງການຊ່ວຍເຫລືອລ້າ ຈາກລັດຖະບານ ສປ ຈີນ, ເຊິ່ງໄລຍະດຽວກັນນັ້ນ, ບໍລິສັດ ບໍລິສັດ ໄໝສຽງ ພັດທະນາກະສິກຳ ແຂວງໄຮລົງຈ່ຽງ ຈຳກັດ ບໍສາມາດເຂົ້າມາເຄື່ອນໄຫວຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້, ເນື່ອງຈາກໄດ້ຜະເຊີນກັບບັນຫາການແພ່ລະບາດ ຂອງພະຍາດໂຄວິດ-19.
ທ່ານ ວັນທ່ຽງ ພົມມະສຸລິນ ຍັງໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ, ບໍລິສັດ ແມ່ນມີຄວາມພ້ອມ ໃນການສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງບົດບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ-ທັນສະໄໝ ຄືນໃໝ່ ແນໃສ່ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະອາດ ແລະ ນຳໃຊ້ພະນັກງານແສງຕາເວັນ ເຂົ້າໃນການຜະລິດ.
ພາຍຫລັງທີ່ໄດ້ເຊັນບົດບັນທຶກນີ້ແລ້ວ, ກົມປູກຝັງ ຈະໄດ້ຮ່ວມກັບບໍລິສັດ ວາງແຜນດຳເນີນງານ ການຈັດ ຕັ້ງປະຕິບັດ ບັນດາກິດຈະກຳຂອງໂຄງການໃຫ້ລະອຽດ, ມີເນື້ອໃນກວມລວມ ກ່ຽວກັບການສ້າງເຮືອນຮົ່ມທັນສະ ໄໝ, ໂຄງລ່າງພື້ນຖານ, ບັນດາເຄື່ອງມືອຸປະກອນ ຮັບໃຊ້ໂຄງການ ລວມທັງການຝຶກອົບຮົມ, ຖ່າຍຖອດເຕັກນິກໃຫ້ແກ່ວິຊາການ ຂັ້ນແຂວງ, ເມືອງ, ຜູ້ປະກອບການ ແລະ ກະສິກອນ ໃຫ້ຮຽນຮູ້ໄດ້ເຖິງເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດພືດຜັກ ແລະ ໄມ້ໃຫ້ໝາກສະອາດ ແນໃສ່ເຮັດໃຫ້ການຜະລິດກະສິກຳສະອາດ ເປັນສິນຄ້າ ມີທັງປະລິມານ ແລະ ຄຸນນະພາບ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຍັງ ສປ ຈີນ ໃຫ້ຫລາຍຂຶ້ນ.