• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

Sabaidee Fest 2023 “ຊຸດຕິບເຂົ້າໜຽວ” ຂຶ້ນໂຊໃຫ້ສາກົນໄດ້ເຫັນ ໂດຍ ນັດດາວ ຈາກສິນລະປິນລາວ

ຈົບລົງໄປແລ້ວ ສໍາລັບງານ Sabaidee Fest 2023 ທີ່ USA ແຕ່ຄວາມຊົງຈໍາ ແລະ ປະສົບການຂອງ ສິນລະປິນໄວລຸ້ນລາວກຸ່ມນີ້ຍັງຄົງຢູ່

ອີກໜຶ່ງນັກຮອງສາວສຽງດີຢ່າງນັດດາວ ທີ່ນຸ່ງຊຸດຂຶ້ນເວທີສາກົນໃນງານນີ້ ນັດດາວໄດ້ນໍາເອົາຊຸດຕິບເຂົ້າໜຽວຂຶ້ນໂຊ ແລະ ກໍມີຕ່າງປະເທດບອກວ່າເຮັດໃຫ້ເພິ່ນຫິວເຂົ້າ

ເປັນໂມເມັ້ນທີ່ໜ້າຮັກ ແລະ ເປັນການນໍາເອົາວັດທະນະທໍາຂອງລາວໄປເຜີຍແຜ່ ເຮັດໃຫ້ເປັນຈຸດເດັ່ນ ແລະ ເປັນທີ່ສົນໃຈຂອງຕ່າງປະເທດ ໂດຍເຈົ້າໂຕໄດ້ໂພສວ່າ

“Oh sorry to make you hungry
ຊຸດຕິບເຂົ້າຫນຽວຂອງນັດດາວເຮັດໃຫ້ລາວຫິວເຂົ້າ”

ຫຼາຍຄົນເຂົ້າມາຊື່ນຊົມ ແລະ ຊົມເຊີຍ ທີ່ ນັດດາວ ຍິບຍົກເອົາ 1 ໃນວັດທະນະທໍາລາວຂຶ້ນໂຊເທິງເວທີ ນັ້ນຄື ຕິບເຂົ້າໜຽວຂອງລາວ

Leave a Reply

Your email address will not be published. Required fields are marked *