ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2566, ຄສ 2023 ໃນວັນທີ 16 ເມສາ 2023 ວ່າ:
ບຸນປີໃໝ່ລາວ ເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະຢູ່ນະຄອນຫຼວງພະບາງ ຈະມີກິດຈະກຳທີ່ຫຼາກຫຼາຍ ແລະມີເອກະລັກສະເພາະ ທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເຊີ່ງທຸກກິດຈະກຳແມ່ນສ່ອງແສງໃຫ້ເຫັນເຖີງວັດທະນະທຳ ແລະຮີດຄອງປະເພນີທີ່ເປັນເອກະລັກສະເພາະ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ມີຄວາມປະທັບໃຈເມື່ອໄດ້ມາທ່ຽວຊົມ ແລະສຳພັດຕົວຈິງ, ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ປີນີ້ ຈະໄດ້ຈັດໃນລັກສະນະເຕັມຮູບແບບ ພາຍຫຼັງບໍ່ໄດ້ຈັດມາສາມປີ ຍ້ອນສະພາບຄວາມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ກະກຽມໃຫ້ແກ່ການຈັດງານບຸນ ຕາມໜ້າວຽກທີ່ຕົນຮັບຜິດຊອບ, ສຳລັບລາຍການເຄື່ອນໄຫວບຸນ ຄະນະຮັບຜິດຊອບ ໄດ້ກຳນົດເອົາແຕ່ວັນທີ 11-20 ເມສາ 2023 .
ວັນທີ 11-12 ເມສາ 2023 ຕອນຄໍ່າ, ມີງານປະກວດນາງສັງຂານ
ວັນທີ 13 ເມສາ ຕອນເຊົ້າ ມີພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາ ວັດຊຽງທອງ
ວັນທີ 14 ເມສາ ຕອນເຊົ້າມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ສີ່ແຍກບ້ານປ່າຂາມ ຫາ ສາມແຍກພະແນກໂຍທາທິການ ແລະ ຂົນສົ່ງ, ຈາກນັ້ນ ມີພິທີອາລາດທະນາອັງເຊີນພະພຸດທະຮູບ ລົງຫົດສົງຢູ່ຕາມວັດແຕ່ລະແຫ່ງ, ຕອນບ່າຍ ມີການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໄຫວ້ພະເທດສະຫຼອງຕາມຮີດຄອງປະເພນີ
ວັນທີ 15 ເມສາ ຕອນເຊົ້າ ມີງານບຸນເຜົ່າລື້ ບ້ານຜານົມ, ຕອນບ່າຍມີຂະບວນແຫ່ຫວໍ່ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ
ວັນທີ 16 ເມສາ ຕອນເຊົ້າ ການນຳພັກ-ລັດ, ປະຊາຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ, ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ) ເພື່ອເປັນສິລິມຸງຄຸນ, ຕອນບ່າຍ ມີຂະບວນແຫ່ຫວໍ່ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຕອນຄໍ່າ, ມີພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງພຽງເກດໃນຫໍພິພິທະພັນ, ຮັບຊົມການສະແດງຢູ່ໜ້າຫໍພະບາງ
ວັນທີ 17 ເມສາ ຕອນເຊົ້າ, ມີພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາລາມ ແລະຈັດຕັ້ງພິທີຫົດສົງ ຈົນເຖີງວັນທີ 20 ເມສາ ຈື່ງຈະມີພິທີອາລາດທະນາອັງເຊີນພະບາງ ກັບຄືນປະດິດສະຖານຢູ່ຫໍພະບາງຕາມເດີມ. ໂອກາດນີ້ ທ່ານເຈົ້ານະຄອນຫຼວງພະບາງ ຍັງໄດ້ເຊີນຊວນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພ້ອມກັນກຽມຄວາມພ້ອມ ເພື່ອມາທ່ຽວຊົມຫຼວງພະບາງ ຮັບຮອງວ່າເມື່ອທ່ານໄດ້ມາທ່ອງທ່ຽວ ຈະມີຄວາມປະທັບໃຈຢ່າງບໍ່ມີວັນລືມ.
ຂ່າວ: ບົວວອນ ດວງສະຫວັດ