• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຫຼວງພະບາງ ຈັດງານວາງສະແດງຊາລາວສູ່ສາກົນ ໂຄສະນາຊາລາວໃຫ້ເປັນທີ່ຍອມຮັບ ແລະຮູ້ຈັກແຜ່ຫຼາຍໃນສັງຄົມ

ໃນວັນທີ 17 ມີນາ 2023ນີ້ ກົມສົ່ງເສີມການຄ້າຮ່ວມກັບພະແນກອຸດສາຫະກຳ ແລະການຄ້າແຂວງຫຼວງພະບາງ ໄດ້ຈັດງານວາງສະແດງ ຊາລາວສູ່ສາກົນ( Laos Tea to the World)ຂຶ້ນ ທີ່ເຮືອນຈັນ ເຮືອນມໍລະດົກຫຼວງພະບາງ ພາຍໃຕ້ການສະໜັບສະໜູນຫຼັກຂອງບໍລິສັດ ສວນຊາ36.

ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ປະທານບໍລິສັດສວນຊາ 36, ມີແຂກຖືກເຊີນ, ກຸມບໍລິສັດຜະລິດຊາ, ຕາງໜ້າພະແນກອຸດສາຫະກຳ ແລະການຄ້າ 7 ແຂວງເຂົ້າຮ່ວມ.


ງານວາງສະແດງສິນຄ້າໃນຄັ້ງນີ້ມີຫ້ອງວາງສະແດງທັງໝົດ 42 ຫ້ອງ, ໃນນັ້ນ ມີຫ້ອງວາງສະ ແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ຈຳນວນ 16 ຫ້ອງຈາກ 7 ແຂວງຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ໄຊຍະບູລີ, ຈຳປາສັກ ແລະ ແຂວງຫຼວງພະບາງ.

ນອກນັ້ນຍັງມີຫົວໜ່ວຍທຸລະກິດທີ່ເປັນທ່າແຮງຂອງແຂວງຫຼວງພະບາງຈຳນວນ 25 ຫ້ອງເປັນຕົ້ນແມ່ນຫັດຖະ ກຳແຜນແພທີ່ສາມາດປະຍຸກໃຊ້ໃນການຫຸ້ມຫໍ່ ແລະນຳສະເໜີຜະລິດຕະພັນຊາ, ອາຫານພື້ນເມືອງຫຼວງພະບາງເຊັ່ນ: ເຂົ້າປຸ້ນ, ຕໍາໝາກຫຸ່ງ, ເຂົ້າຫນົມພື້ນເມືອງ ແລະອາຫານກິນແບບເບົາໆເຊິ່ງເໝາະສົມກັບການບໍລິໂພກຮ່ວມຜະລິດຕະພັນຊາລາວນຳອີກ.


ກິດຈະກຳພາຍໃນງານວາງສະແດງ ຍັງການປະກວດຊາລາວສູ່ສາກົນ ໂດຍການນຳສະເໜີຜະລິດຕະພັນຊາ ແລະວິທີປຸງແຕ່ງຊາຕົນເອງໃນຮູບແບບຕ່າງໆ ທີ່ເປັນເອກະລັກໂດດເດັ່ນ ເພື່ອຍາດຊີງລາງວັນຈາກຄະນະກຳມະການ, ຜະລິດຕະພັນຊາທີ່ຊະນະເລີດ 3 ບໍລິສັດ ຈະຖືກນຳໄປວາງສະ ແດງ ແລະໂຄສະນາທີ່ຫ້ອງວາງສະແດງແຫ່ງຊາດລາວທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ, CAEXPO, ງານວາງສະແດງພາກພື້ນ ແລະອື່ນໆ. ຜ່ານການປະກວດຜົນປະກົດວ່າອັນດັບ 1 ໄດ້ແກ່ ບໍລິສັດ ສວນຊາ 36 ປາກຊ່ອງ ແຂວງຈຳປາສັກ, ອັນດັບ 2 ແມ່ນ ບໍລິສັດ ນາງ ດວງມາລາທໍ່ ຜະລິດ ແລະປຸງແຕງຊາພູສັນ ແຂວງຊຽງຂວາງ ແລະອັນດັບ 3 ແມ່ນບໍລິສັດຄິງຊາຫຼວງ ຈາກແຂວງຫຼວງນໍ້າທາ. ນອກນັ້ນຍັງມີລາງວັນຊົມເຊີຍອີກ 5 ລາງວັນຕື່ມອີກ.


ງານວາສະແດງໃນຄັ້ງຈະໄດ້ຈັດຂຶ້ນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 17-19 ມີນາ 2023ນີ້ຈິ່ງສຳເລັດ( ເຂົ້າຊົມໂດຍບໍ່ເສຍຄາ).

Leave a Reply

Your email address will not be published. Required fields are marked *