ຈະຢູ່ແຈໃດໃນໂລກນີ້ຢ່າເກັ່ງເກີນເຫດ ຢ່າຖືຕົນເອງເປັນສູນກາງຂອງຈັກກະວານທັງຕົນເອງ ແລະຄົນຮອບຂ້າງ ສຳຄັນຕ້ອງໃຫ້ກຽດກັນ ເອົາໃຈເພິ່ນມາສູ່ໃຈເຮົາ ເກງອົກເກງໃຈກັນແນ່ຈັ່ງຊິຢູ່ນຳກັນໄດ້ບໍຊັ້ນກໍ່ໄປຢູ່ປ່າຄົນດຽວນັ້ນແລ ຂໍໃຫ້ເລື່ອງນີ້ເປັນອຸທາຫອນໃຫ້ທຸກໆຄົນ.
ເຫດການທີ່ນຳມາເລົ່ານີ້ຄືຄົນຂ້າງເຮືອນແຊວສຽງດັງຈົນລື່ນບ້ານລື່ນເມືອງ ເພື່ອນບ້ານນອນບໍຫຼັບອອກມາເຕືອນກໍຍັງບອກວ່າເຮືອນໂຕເອງແຊວກໍຢ່າທະແມ້ ນັ້ນເປັນການຈູດສະນວນສູ່ຫາຍານະຂອງຄົນທີ່ກຳລັງໃຈຮ້າຍອຶດຫຼັບອຶດນອນ.
ເຫດເກີດໃນວັນທີ 3 ກັນຍາ 2022 ນີ້, ປະຊາຊົນຍິ ງກັນເ ສ ຍຊີ ວິ ດ ຢູ່ບ້ານສົບນ້າວ ເມືອງໃໝ່ ແຂວງຜົ້ງສາລີ ຍ້ອນຄົນຂ້າງເຮືອນ ໃຊ້ສຽງດັງລົບກວນເວລານອນ ໂດຍເຈົ້າຫນ້າທີ່ໃຫ້ຮູ້ວ່າ: ມື້ເກີດເຫດປະມານ 10 ໂມງ ທ້າວ ຕຸ້ຍ ອາຍຸ 30 ປີ ບ້ານສົບນ້າວ ກັບຈາກເກັບນໍ້າຢາງພາລາ ພາຍຫຼັງຮອດເຮືອນແລ້ວຕົນຮູ້ສືກເມື່ອຍ ເລີຍເຂົ້າໄປນອນພັກຜ່ອນຢູ່ໃນເຮືອນ ແຕ່ນອນບໍ່ຫລັບ, ເພາະທ້າວນິງ ອາຍຸ 32 ປີ ເຮືອນໃກ້ກັນ ຕັດໄມ້ໃຊ້ສຽງດັງລົບກວນ.
ດັ່ງນັ້ນ, ຕົນຈື່ງໄດ້ລູກອອກໄປບອກວ່າຢ່າໃຊ້ເສຍດັງຫຼາຍ ແຕ່ທ້າວນິ່ງ (ຜູ້ເສຍຊີວິດ)ໄດ້ຕອບກັບມາວ່າ ໃຊ້ສຽງດັງກະຍ່ານີ້ແມ່ນເຮືອນຂ້ອຍ ຈິ່ງເກີດມີປາກສຽງໃສ່ກັນຢ່າງຮຸນແຮງ ແລະ ຜ່ານມາທັງສອງເຄີຍຜິດດຖຽງກັນມາກ່ອນ. ເມື່ອເປັນແນວນັ້ນ ທ້າວ ຕຸ້ຍ ຈຶ່ງໃຈຮ້າຍແລ້ວຍາງເຂົ້າໄປໃນເຮືອນຈັບເອົາປືນແກັບຍິງໃສ່ທ້າວ ນິງ ທີ່ກຳລັງກົ້ມລ້າງມືຢູ່ເຮືອນຄົວເຮັດໃຫ້ ເ ສ ຍ ຊີ ວິດ ຄາທີ່.