• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມບານເຕະຄົນພິການຕາລາວ ເຂົ້າຮອບຊີງທາງການແລ້ວພົບໄທ (ເບິ່ງໄຮໄລທ໌ 3 ປະຕູຂອງລາວ)

ທີມບານເຕະຄົນພິການຕາ ທີມຊາດລາວ ທີ່ສາມາດຜ່ານເຂົ້າຮອບຊີງຊະນະເລີດ ໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ຈັງຫວັດນົນທະບູລີ ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023

ການແຂ່ງຂັນລາຍບການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3 ໂດຍການແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 15 ມີນາ 2023 ເປັນມື້ທໍາອິດຂອງການແຂ່ງຂັນ ເຊິ່ງຕາຕະລາງແຂ່ງຂັນມີດັ່ງນີ້: ນັດທໍາອິດ ອິນເດຍ 0-1 ລາວ, ນັດທີ 2 ລາວ 2-0 ຄາຊັກສະຖານ 2-0 ແລະ ນັດທີ 3 ລາວ 0-2 ໄທ (ເບິ່ງໄຮໄລທ໌ການຍິງປະຕູຂອງທີມຊາດລາວ ແລະ ທີມຊາດໄທ ລຸ່ມນີ້)

ເຮັດໃຫ້ ທີມຊາດລາວ ຜ່ານເຂົ້າຮອບຊີງ ພົບ ໄທ ໃນວັນວັນທີ 18 ມີນາ 2023:

Leave a Reply

Your email address will not be published. Required fields are marked *