ເມື່ອວັນທີ 16 ມີນາ 2023, ທີ່ນະຄອນຫຼວງຄີກາລີ ປະເທດຣວັນດາ, ສະຫະພັນບານເຕະນາໆຊາດ (FIFA) ໄດ້ຈັດກອງປະຊຸມໃຫຍ່ສະໄໝສາມັນ ຄັ້ງທີ 73 ເຊິ່ງມີວາລະສໍາຄັນກໍຄື ການເລືອກຕັ້ງປະທານ FIFA ສໍາລັບສົກປີ 2023-2027
ໂດຍມີພິທີກໍໄດ້ມີການເລືອກຕັ້ງປະທານ FIFA ປະກົດວ່າ: ບັນດາສະມາຊິກທັງໝົດຍັງໄວ້ວາງໃຈໃຫ້ກັບ ທ່ານ Gianni Infantino ໃຫ້ດໍາລົງຕໍາແໜ່ງດັ່ງກ່າວ ເປັນສະໄໝທີ 2.
ໃນນັ້ນກໍມີຄະນະຂອງ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ ແລະ ຂໍສະແດງຄວາມຍິນດີມາຍັງທ່ານ Gianni Infantino ຕໍ່ກັບຜົນການເລືອກຕັ້ງໃນຄັ້ງນີ້.