• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມບານເຕະຄົນພິການລາວ ເດັ່ນຊະນະ 2 ນັດລວດເຂົ້າຮອບຊີງແນ່ນອນ ລາຍການລະດັບອາຊີທີ່ໄທ

ທີມບານເຕະຄົນພິການລາວ ເຂົ້າຮ່ວມການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ຈັງຫວັດນົນທະບູລີ ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023.

ລົງສະໜາມ 2 ນັດທໍາອິດ ຊະນະລວດ ຄືຊະນະ ອິນເດຍ 1-0 ແລະ ຊະນະ ຄາຊັກສະຖານ 2-0 ເຮັດໃຫ້ມີ 6 ຄະແນນຜ່ານເຂົ້າຮອບຊີງຊະນະເລີດເປັນທີ່ແນ່ນອນແລ້ວ ເຖິງວ່າຈະຍັງເຫຼືອ 1 ນັດໃນຮອບທໍາອິດ.
ນັດສຸດທ້າຍຮອບທໍາອິດແຂ່ງຂັນ +ວັນທີ 17 ມີນາ 2023:

-ເວລາ 16:00 ໂມງ ອິນເດຍ ພົບ ຄາຊັກສະຖານ
-ເວລາ 18:00 ໂມງ ລາວ ພົບ ໄທ
ສ່ວນ ວັນທີ 18 ມີນາ 2023 ເປັນນັດຊີງຊະນະເລີິດ ( ລາຍລະອຽດເບິ່ງຄລິບເພີ່ມຕື່ມ )

Leave a Reply

Your email address will not be published. Required fields are marked *