• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສຕລ ເຮັດແທ້ໃຜຖ່າຍທອດສົດບານເຕະຊີງແຊ້ມອາຊີ ຢູ 20 ໂດຍບໍ່ໄດ້ຮັບອະນຸຍາດ ປິວແນ່ນອນ

ByAdmin KL

Sep 12, 2022

ສະຫະພັນບານເຕະແຫ່ງຊາລດາວ ( ສຕລ ) ປະກາດໃນມື້ນີ້ວັນທີ 12 ກັນຍາ 2022 ວ່າ: ຢ່າລືມ !ມື້ນີ້ວັນຈັນ ທີ 12.09.2022 ເວລາ 19:00 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ທີມຊາດລາວ ພົບ ທີມຊາດຍີ່ປຸ່ນ ໃນການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ທີ່ ສປປລາວ ເພື່ອຮ່ວມເຊຍທີມຊາດລາວ ທ່ານສາມາດຕິດຕາມການຖ່າຍທອດສົດທຸກນັດທາງໂທລະພາບແຫ່ງຊາດລາວຊ່ອງ 3 ( ບໍ່ມີການຖ່າຍທອດສົດ ທາງອອນລາຍ) ໝາຍເຫດ: ຫ້າມນິຕິບຸກຄົນຫຼືພາກສ່ວນອື່ນຖ່າຍທອດສົດທາງອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກ ສຕລ ຈະຖືກປັບໄໝ.

ສໍາລັບ ທີມຊາດລາວ ຢູ 20 ຜົນງານນັດທໍາອິດ ເອົາຊະນະ ກວມ 3-0 ( ເບິ່ງຄລິບລຸ່ມນີ້ )

ສ່ວນຕາຕະລາງການແຂ່ງຂັນນັດຕໍ່ໄປຂອງ ທີມຊາດລາວ ຢູ 20 ປະກອບມີ:
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

Leave a Reply

Your email address will not be published. Required fields are marked *