ທີມບານເຕະຄົນພິການຕາລາວ ປະເດີມສະໜາມສາມາດເອົາຊະນະ ທີມຊາດອິນເດຍ 1-0 ໃນວັນທີ 15 ມີນາ 2023 ໃນລາຍການ ໄທແລນ ໂອເພັນ 2023 ຫຼື 2023 Asia & Pacific Invitational Blind Football Tournament 13-19 ມີນາ 2023 ທີ່ສະໜາມ ເອັມພັນ ສະປອດ ຈັງຫວັດນົນທະບູຣີ ປະເທດໄທ
ສໍາລັບ ລາຍການ ໄທແລນ ໂອເພັນ 2023 ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ, ທີມຊາດລາວ, ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ ຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ ລາຍການດັ່ງກ່າວດຳເນີນລະຫວ່າງວັນທີ 13-19 ມີນາ 2023.
ນັດຕໍ່ໄປ ທັບນັກກິລາຄົນພິການລາວ ພົບກັບ ຄາຊັກສະຖານ ເວລາ 16:00 ໂມງ ມື້ນີ້ວັນທີ 16 ມີນາ 2023 ຖ້າຊະນະ ຈະໄດ້ເຂົ້າຊີງຊະນະເລີດທັນທີ ແລະ ນັດສຸດທ້າຍຮອບທໍາອິດ ລາວ ພົບກັບ ໄທ ເວລາ 18:00 ໂມງ ວັນທີ 17 ມີນາ 2023
ຜົນງານທີ່ຜ່ານມາຂອງ ທີມບານເຕະຄົນພິການລາວ ( ເບິ່ງຄລິບລຸ່ມນີ້ )