• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ພໍຍິ້ມໄດ້! ລາຄານໍ້າມັນປັບລົງ ເລີ່ມມື້ນີ້

ປັບລາຄານໍ້າມັນລົງທຸກຊະນິດ ສົ່ງຜົນໃຫ້ລາຄານໍ້າມັນຢູ່ໃນລະດັບຕໍ່າກວ່າໄລຍະທ້າຍປີ 2022; ໃນນັ້ນ ນໍ້າມັນກາຊວນແມ່ນຢູ່ໃນລະດັບຕໍ່າສຸດໃນຮອບ 2 ເດືອນກວ່າ.


ເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຂຶ້ນ-ລົງ ຕາມການເໜັງຕີງຂອງຕະຫຼາດໂລກ ທັງນີ້ກໍເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ; ກົມການຄ້າພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0247/ກຄພນ ລົງວັນທີ 15 ມີນາ 2023 ເຖິງ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ; ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ. ເລື່ອງ: ແຈ້ງການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.


ແຈ້ງການດັ່ງກ່າວ ໄດ້ລະບຸ: ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດຄື: ນໍ້າມັນແອັດຊັງພິເສດ ປັບລົງ 330 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບລົງ 380 ກີບ/ລິດ ແລະ ນໍ້າມັນກາຊວນ ປັບລົງ 360 ກີບ/ລິດ. ລາຄາໃໝ່ນີ້ແມ່ນໃຫ້ເລີ່ມປະຕິບັດວັນທີ 16 ມີນາ 2023 ເວລາ 6:00 ໂມງໃນຂອບເຂດທົ່ວປະເທດ.

Leave a Reply

Your email address will not be published. Required fields are marked *