• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ປະຫວັດສາດ Michael Vang ນັກເຕະເຊື້ອສາຍລາວ-ອາເມຣິກາ ພົບ Michael Weiß ຫົວໜ້າຄູຝຶກ

ກາຍເປັນເລື່ອງຮືຮາທີ່ສຸດນັບແຕ່ຄໍ່າຄືນຂອງວັນທີ 14 ມີນາ 2023 ເປັນຕົ້ນມາ ເມື່ອສະຫະພັນບານເຕະແຫ່ງຊາດລາວ ປະກາດຢ່າງເປັນທາງການວ່າ Michael Vang ນັກເຕະເຊື້ອສາຍລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ເພື່ອຮ່ວມຝຶກຊ້ອມ ແລະ ກຽມລົງແຂ່ງລາຍການອຸ່ນເຄື່ອງກັບ ທີມຊາດລາວ ຊຸດໃຫຍ່ ທີ່ມີນັດລົງແຂ່ງຂັນຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.

ໂດຍຕອນບ່າຍຂອງວັນທີ 14 ມີນາ 2023 ໄມເຄີນ ວ່າງ (Michael Vang) ນັກກິລາບານເຕະ ລູກເຄິ່ງລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ແລ້ວ ແລະ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກຄະນະຄູຝຶກທີມຊາດລາວ ແລະ ເພື່ອນຮ່ວມທີມທຸກໆທ່ານ.

ພິເສດ ໃນຕອນແລງ ທ່ານ Michael Weiß ຫົວໜ້າຄູຝຶກຊາວເຢຍລະມັນ ຂອງທີມຊາດລາວ ຊຸດໃຫຍ່ ໄດ້ພາ Michael Vang ນັກເຕະເຊື້ອສາຍລາວ-ອາເມຣິກາ ໄປເບິ່ງການຊ້ອມຂອງນັກເຕະທີມຊາດລາວ ຊຸດໃຫຍ່ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ກໍໄດ້ສົນທະນາກັນ ( ເບິ່ງຕາມຮູບ ເຊິ່ງຖືເປັນຮູບປະຫວັດສາດເລີຍ ).

ສໍາລັບ ປະຫວັດຂອງ Michael Vang ເປັນທີ່ໜ້າສົນໃຈຫຼາຍ ເພາະນັກເຕະອາຊີບໃນລີກຂອງ ອາເມຣິກາ (ລາຍລະອຽດເບິ່ງຄລິບລຸຸ່ມນີ້ )

Leave a Reply

Your email address will not be published. Required fields are marked *