• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຄັກສຸດໆ ທີມຊາດລາວ ຈັດໜັກເອີ້ນນັກເຕະອາຊີບລູກເຄິ່ງ ສົ່ງຕົງຈາກອາເມຣິກາ ມາຊ່ວຍທີມ

ເປັນຂ່າວດີສຸດໆສໍາລັບວົງການບານເຕະລາວ ເມື່ອ ທີມຊາດລາວ ຊຸດໃຫຍ່ ຮຽກຕົວ Michael Vang ນັກເຕະລູກເຄິ່ງລາວ-ອາເມຣິກາ ອະນາຄົດໄກອາຍຸພຽງ 22 ປີ ມາຊ່ວຍທີມ ກຽມລຸຍລາຍການອຸ່ນເຄື່ອງທ້າຍເດືອນນີ້ຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.

ຫຼ້າສຸດ Michael Vang ເດີນທາງມາຮອດ ສປປ ລາວ ໃນຕອນບ່າຍຂອງວັນທີ 14 ມີນາ 2023 ແລະ ຕອນແລງກໍໄດ້ໄປເບິ່ງນັກເຕະຊ້ອມທີ່ສະໜາມກີລາແຫ່ງຊາດຫຼັກ 16 ໄດ້ສົນທະນາກັບທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກທີມຊາດລາວ.

ເຊິ່ງເບິ່ງຕາມຄລິບຟອມການຫຼິ້ນຂອງ Michael Vang ຫວ່າງແລ້ວໜ້າສົນໃຈ ເພາະເປັນເຖິງນັກເຕະອາຊີບ ທີ່ສະຫະລັດອາເມຣິກາ ເຄີຍຫຼິ້ນໃຫ້ກັບ ມີທັກສະການຫຼິ້ນທີ່ໂດດເດັ່ນ ໄປເບິ່ງຟອມ ແລະ ຜົນງານຂອງ Michael Vang ເລັກໆນ້ອຍທີ່ພວກເຮົາເອົາມາຈາກເຟສບຸກຂອງລາວ ເບິ່ງຄລິບລຸ່ມນີ້

ສໍາລັບ Michael Vang ມີລຸ້ນລົງແຂ່ງຂັນໃຫ້ກັບ ທີມຊາດລາວ ໃນລາຍການອຸ່ນເຄື່ອງ ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ດັ່ງນີ້:
– ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
– ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.

– ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

Leave a Reply

Your email address will not be published. Required fields are marked *