ລະດູແຫ່ງການສອບເສັງນັກຮຽນເກັ່ງກັບມາອີກຮອບ ຕື່ນເຕັ້ນແທນນ້ອງໆກົດດັນແທນຄົນເກັ່ງ ແຕ່ຫຼາຍແຂວງກໍ່ຜ່ານພົ້ນໄປແລ້ວການເຟັ້ນຫາຕົວແທນຄົນເກັ່ງຂອງແຂວງ ເພື່ອມາວັດຄວາມຮູ້ກັບໝູ່ເພື່ອນຊັ້ນດຽວກັນຈາກທົ່ວປະເທດ.
ຊຶ່ງພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງສຳເລັດໄປເປັນທີ່ຮຽບຮ້ອຍ ຕອນນີ້ຮູ້ແລ້ວວ່າໃຜຈະໄດ້ກຽມມາພິຊິດເສັ້ນໄຊສຸດທ້າຍຢູ່ລະດັບຊາດ ແຕ່ສິ່ງໜຶ່ງທີ່ສັງເຫດໄດ້ ປີນີ້ ນ້ອງໆຈາກ ມສ ມິດຕະພາບລາວ-ຫວຽດ ຄວ້າໄປຫຼາຍວິຊາ.
ເວົ້າເລື່ອງນັກຮຽນເກັ່ງນ້ອງໆທຸກຄົນແມ່ນມີຄວາມຕັ້ງໃຈພໍໆກັນ ແຕ່ປີນີ້ສຳລັບແຂວງສະຫວັນນະເຂດ ມສ ມິດຕະພາບລາວ-ຫວຽດ ສ້າງຜົນງານໄດ້ດີຫຼາຍ ເອີ້ນວ່າໄດ້ສ້າງປະຫວັດສາດຄັ້ງສຳຄັນໃຫ້ກັບໂຮງຮຽນ ແລະພູມໃຈນຳພໍ່ແມ່ຜູ້ໃຫ້ກຳເນີດຫຼາຍໆ.
ການສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ໃນແຂວງສະຫວັນນະເຂດໄດ້ຈັດຂຶ້ນໃນວັນທີ 9 ມີນາ 2023 ທີ່ສະໂມສອນໂຮງຮຽນ ມສ ສະຫວັນ ແລະສູນໄອຊີທີ ການສອບເສັງຄັດເລືອກນັກຮຽນເກັ່ງຄັ້ງນີ້ ປະກອບມີ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຟີຊິກສາດ, ຄະນິດສາດ ແລະ ເຄມີສາດ ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 40 ຄົນ ໃນນີ້ ຊັ້ນ ມ 4 ລວມ 20 ຄົນ ແລະ ມ 7 ລວມ 20 ຄົນ.
ຜ່ານການສອບເສັງຄັດເລືອກຕົວຈິງ ໃນຊັ້ນ ມ4 ວິຊາພາສາລາວ-ວັນນະຄະດີ ອັນດັບທີໄດ້ແກ່ 1 ນາງ ດາລິນສຸກ ແກ້ວວິໄລສັກ ໂຮງຮຽນມັດທະຍົມຕົ້ນບ້ານມ່ວງໄຂ່ ເມືອງໄຊພູທອງ , ວິຊາຄະນິດສາດ ອັນດັບທີ 1 ທ້າວ ເລທັນບິ່ນ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ວິຊາເຄມີສາດ ອັນດັບ 1 ນາງ ບົວສະຫວັນ ແພງຂຸນໄຕ ໂຮງຮຽນ ມສ ໂພນເດື່ອ ເມືອງອຸທຸມພອນ, ວິຊາຟີຊິກສາດ ອັນດັບທີ 1 ນາງ ພອນສະໄໝ ສຸຄຳທັດ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ນະຄອນໄກສອນພົມວິຫານ.
ສ່ວນຊັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ຈັນທະສອນ ສິນທະວົງສາ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ໄຊວິສິດ ທິບພະເກສອນ ໂຮງຮຽນມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ວິຊາເຄມີສາດ ອັນດັບທີ 1 ນາງ ແພໄໝ ແກ້ວຫານາມ ໂຮງຮຽນ ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ, ວິຊາຟີຊິກສາດ ອັນດັບທີ 1 ນາງ ກັນສຸດາ ນາມມຸນຕີ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ.
ສໍາລັບຜູ້ທີ່ສອບເສັງໄດ້ອັນດັບທີ 1 ແມ່ນໄດ້ຮັບລາງວັນເປັນເງິນສົດ 700.000 ກີບ, ອັນດັບທີ 2 500.000 ກີບ, ອັນດັບທີ 3 300.000 ກີບ. ໃນນີ້ ສຳລັບຜູ້ທີ່ສອບເສັງໄດ້ອັນດັບທີ 1 ໃນແຕ່ລະວິຊາ ຈະໄດ້ ເປັນຕົວແທນນັກຮຽນເກັ່ງຂອງແຂວງສະຫວັນນະເຂດ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2022-2023 ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນມໍ່ໆນີ້.