• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ສອນພະສັກບໍລິການຈັດຫາງານ ຈະສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີປຸ່ນ ແລະ ບໍລິສັດສອນພະສັກ ບໍລິການຈັດຫາງານຈຳກັດ ຈັດຂຶ້ນວັນທີ 8 ກັນຍາ 2022 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີປຸ່ນຮ່ວມລົງນມໂດຍທ່ານ ບຸນປອນ ສອນພະສັກ ອຳນວຍການບໍລິສັດສອນພະສັກ ບໍລິການຈັດຫາງານ ຈຳກັດ ແລະ ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີປຸ່ນ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.


ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ບົດຮຽນໃນການບໍລິຫານ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ການຊ່ວຍເຫຼືອທາງດ້ານທັກສະ ແລະ ຄວາມຮູ້ພື້ນຖານດ້ານພາສາ ວັດທະນະທຳຍີປຸ່ນ ຄວາມຮູ້ທາງດ້ານວິຊາການໃຫ້ແກ່ແຮງງານລາວທີ່ໄດ້ຮັບຄັດເລືອກ ແລະ ສະເໜີຈາກບໍລິສັດເຊິ່ງສູນຈະອຳນວຍຄວາມສະດວກສະຖານທີ່ ອຸປະກອນເພື່ອຮັບໃຊ້ໃນການສ້າງທັກສະ ແລະ ຄວາມຮູ້ທີ່ຈຳເປັນໃຫ້ແກ່ຜູ້ເຂົ້າເຝິກອົບຮົມ ໄລຍະເວລາການຮ່ວມມື 2 ປີ ຈາກນັ້ນກໍຈະໄດ້ປະເມີນຄືນ ຖ້າຜົນໄດ້ຮັບຕາມລະດັບຄາດ ໝາຍແມ່ນຈະສືບຕໍ່ຮ່ວມມືຕໍ່ໄປ.


ປັດຈຸບັນບໍລິສັດດັ່ງກ່າວມີແຜນສົ່ງແຮງງານລາວໄປເຮັດວຽກຢູ່ປະເທດຍີ່ປຸ່ນປະມານ 50 ຄົນຕໍ່ປີ ແຕ່ຄວາມຕ້ອງການຕົວຈິງຈາກປະເທດຍີປຸ່ນຢ່າງໜ້ອຍ 100 ຄົນຂຶ້ນໄປ ແຕ່ການເຝິກອົບຮົມໃຫ້ແກ່ຜູ້ທີ່ຈະໄປອອກແຮງງານຈະໄດ້ຕາມລະດັບຄາດໝາຍຂອງຕະຫຼາດແຮງງານຫຼືບໍ ຫຼັງຈາກທີ່ສົ່ງແຮງງານທີ່ຜ່ານການເຝິກອົບຮົມຈຳນວນ 50 ຄົນໄປແລ້ວຈະມີການປະເມີນຄືນຖ້າປະສົບຜົນສຳເລັດຈຶ່ງຈະເພີ່ມຂຶ້ນໃນປີຕໍ່ໄປ.

ແຮງງານລາວທີ່ຈະສົ່ງໄປປະເທດຍີປຸ່ນແມ່ນຈະຢູ່ເຮັດວຽກໃນຂະແໜງກະສິກຳ ໄລຍະເວລາການເຮັດວຽກ 3 ປີ ໄລຍະຜ່ານມາແມ່ນໄດ້ສົ່ງໄປປະເທດໄທ ໃນຕໍ່ໜ້າຈະສົ່ງໄປປະເທດເກົາຫຼີຕື່ມອີກ ສະນັ້ນໃຜທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດສາມາດຕິດຕໍ່ພົວພັນໄດ້ທີ່ບໍລິສັດສອນພະສັກບໍລິການຈັດຫາງານ ຈຳກັດ ມີສຳນັກງານຕັ້ງຢູ່ບ້ານໂພນໄຊ ເມືອງໄຊເສດຖາ ນວ ຫຼື ໂທ 202 22771199 020 98891999 ຈະມີພະນັກງານໃຫ້ຄຳປຶກສາທາງດ້ານ

ທີ່ມາ:ຂໍ້ມູນຂ່າວສານ ແລະ ລາຍລະອຽດຕ່າງໆ.

Leave a Reply

Your email address will not be published. Required fields are marked *