• Sat. Dec 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ພີ່ນ້ອງຊາວລາວບໍ່ຖີ້ມກັນ ຊ່ວຍເຫຼືອປະຊາຊົນບ້ານໝິງ ຈາກເຫດໄຟໄໝ້ດ້ວຍການຊື້ເສື້ອທີມ ຈໍາປາສັກ

ເພຈ໌ບຸກທາງການຂອງ Evo Store Champasak – ສາຂາຈຳປາສັກ ຂໍເຊີນຊວນ ພໍ່ແມ່ ພີ່ນ້ອງ ແຟນບານທຸກພາກສ່ວນ ຮ່ວມເປັນສ່ວນໜຶ່ງໃນການຊ່ວຍເຫຼືອຄອບຄົວປະຊາຊົນ ບ້ານສະໝິງ, ເມືອງປະທຸມພອນ, ແຂວງຈຳປາສັກ ທີ່ໄດ້ຮັບຜົນກະທົບ ຈາກເຫດການໄຟໄໝ້ເຮືອນ ໃນຄັ້ງວັນທີ 2 ມີນາ 2023 ທີ່ຜ່ານມາ

ໂດຍການ: ສຳໜັບສະໜູນຊຸດແຂ່ງຂອງສະໂມສອນຈໍາປະສັກ ເອັຟຊີທີມ ປະຈຳລະດູການ 2023-2024

ລາຄາ 198.000 ກີບ/ໂຕ. ໃນນັ້ນ ຈະແບ່ງ 50,000 ກີບ/ຊຸດ ເພື່ອນໍາປຊ່ວຍເຫຼືອ, ເຊິ່ງຕັ້ງເປົ້າຍອດລວມຈະໄປຊ່ວຍເຫຼືອປະຊາຊົນບ້ານສະໝິງ ຈໍານວນ 10.000.000 ກີບ

ທຸກທ່ານສາມາດຊື້ໄດ້ທີ່ ສະໜາມກິລາ ຫຼັກ 2 ແຂວງ ຈຳປະສັກ ( ມື້ທີ່ທີມ ຈຳປາສັກ Fc ໄດ້ທຳການແຂ່ງຂັນ ) ແລະ ຮ້ານຂາຍເຄື່ອງກິລາ Evo Store Champasak – ສາຂາຈຳປາສັກ ຫນ້າວັດພະບາດ

– ນອກນີ້ ຍັງສາມາດປະກອບສ່ວນເປັນ ເຄື່ອງນຸ່ງຮົ່ມ ເຂົ້າສານ ອາຫານແຫ້ງ ແລະ ອື່ນໆ
– ການເດີນທາງໄປຊ່ວຍເຫຼືອແມ່ນວັນທີ 22.3.2023 ມອບໂດຍ ທັບນັກກິລາ ທີມຈຳປາສັກ Fc

Leave a Reply

Your email address will not be published. Required fields are marked *