ທີມບານເຕະຄົນພິການຕາລາວ ຈະປະເດີມສະໜາມ ພົບ ທີມຊາດອິນເດຍ ລາຍການ ໄທແລນ ໂອເພັນ 2023 ຫຼື 2023 Asia & Pacific Invitational Blind Football Tournament 13-19 March ແລງວັນທີ 15 ມີນານີ້
ທັບນັກກິລາເຕະບານຄົນພິການຕາທີມຊາດລາວ ຈະລົງປະເດີມສະໜາມເຕະບານ ໄທແລນ ໂອເພັນ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ເພື່ອເປັນການທົດສອບຄວາມສາມາດ ແລະ ກະກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້.
ລາຍການ ໄທແລນ ໂອເພັນ 2023 ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ, ທີມຊາດລາວ, ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ ຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ ລາຍການດັ່ງກ່າວດຳເນີນລະຫວ່າງວັນທີ 13-19 ມີນາ 2023.
ສຳລັບຄະນະທັບນັກກິລາຄົນພິການລາວ ໄດ້ເດີ່ນທາງແຕ່ວັນທີ 12 ມີນາ 2023 ພັກທີ່ໂຮງແຮມ ທີເຄ ເຂດເມືອງທອງທານີ ນະຄອນຫຼວງ ບາງກອກ ຊຶ່ງນັດທຳອິດ ລາວ ພົບກັບ ອິນເດຍ ເວລາ 19:30 ໂມງ, ນັດທີ 2 ລາວ ພົບກັບ ຄາຊັກສະຖານ ເວລາ 16:00 ໂມງ ວັນທີ 16 ມີນາ 2023 ແລະ ນັດສຸດທ້າຍ ລາວ ພົບກັບ ໄທ ເວລາ 18:00 ໂມງ ວັນທີ 17 ມີນາ 2023.
ຂ່າວຈາກ: Lao Sports Media