• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມເຈົ້າແຂວງຄໍາມ່ວນ ຢ້ຽມຢາມໂຄງການຊົນລະປະທານທີ່ນໍາໃຊ້ໃຕ້ເຂື່ອນນໍ້າເທີນ2

ວັນທີ 9 ມີນາ 2023 ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການຊົນລະປະທານທີ່ນໍາໃຊ້ນໍ້າໃຕ້ເຂື່ອນນໍ້າເທີນ 2 ເຊິ່ງເປັນໂຄງການບູລິມະສິດຂະໜາດໃຫຍ່ ທີ່ກວມເອົາເນື້ອທີ່ກວ້າງຂວາງກວ່າໜູ່ໃນໂຄງການຊົນລະປະທານທີ່ພັດທະນາຜ່ານມາ ໃນແຂວງຄໍາມ່ວນ, ມີເນື້ອທີ່ຜະລິດກະສິກຳທີ່ເໝາະສົມຫຼາຍກວ່າ 10.000 ເຮັກຕາ, ມີແຫຼ່ງນໍ້າທີ່ອຸດົມສົມບູນ ສາມາດພັດທະນາເຂົ້າມາຮັບໃຊ້ການຜະລິດກະສິກຳ ໄດ້ທັງສອງລະດູ ແບບລະບົບນໍ້າໄຫຼເອງ.


ໂດຍໄດ້ເລີ່ມຢ້ຽມຊົມປະຕູນໍ້າປ່ອງ 5, ປ່ອງ 4 ແລະ ປ່ອງ 1 ທີ່ລຽບຕາມຄອງລະບາຍນໍ້າໃຕ້ເຄື່ອນໄຟຟ້າເທີນ 2, ເປົ້າໜາຍຂອງໂຄງການແມ່ນ ເພື່ອແບ່ງເອົານໍ້າຈາກຄອງລະບາຍນໍ້າເທີນ 2, ສະໜອງໃຫ້ເນື້ອທີ່ຜະລິດກະສິກໍາ ເພື່ອເລັ່ງໃສ່ຜະລິດເປັນຈຸດສຸມ ໃຫ້ກາຍເປັນສິນຄ້າ, ຮັບປະກັນການຕ້ານແລ້ງ-ຕ້ານຖ້ວມ ແລະ ຈັດສັນເອົາປະຊາຊົນຜູ້ທຸກຍາກ ບໍ່ມີເນື້ອທີ່ເຮັດການຜະລິດ ໃນບໍລິເວນຂອບເຂດ ເຂົ້າມາອາໃສຢູ່ ແລະ ເຮັດການຜະລິດ, ອີງຕາມຂໍ້ມູນການສໍາຫຼວດໃນເບື້ອງຕົ້ນໂຄງການດັ່ງກ່າວລວມມີເນື້ອທີ່ທັງໜົດ 10.500 ເຮັກຕາ, ລະດູແລ້ງ 7.050 ເຮັກຕາ, ບ້ານທີ່ໄດ້ຮັບຜົນປະໂຫຍດຈໍານວນ 36 ບ້ານ, ມີ 4.813 ຫຼັງຄາເຮືອນ, ພົນລະເມືອງ 22.807 ຄົນ.

ສໍາລັບປະຕູນໍ້າປ່ອງ 1 ຈະສະໜອງນໍ້າໃຫ້ແກ່ເນື້ອທີ່ໄດ້ 3.200 ເຮັກຕາ, ລະດູແລ້ງ 2.400 ເຮັກຕາ, ກວມເອົາ 12 ບ້ານ, ປະຕູເອົານໍ້າປ່ອງ 03 ສາມາດສະໜອງໃຫ້ເນື້ອທີ່ການຜະລິດກະສິກຳ 2.700 ເຮັກຕາ, ລະດູແລ້ງ 1.600 ເຮັກຕາ, ກວມເອົາ 10 ບ້ານ (ເຊິ່ງໄດ້ສໍາເລັດການກໍ່ສ້າງໃນປີ2015 ແລະ ໄດ້ນໍາໃຊ້ຈົນ ຮອດປະຈຸບັນ), ປະຕູເອົານໍ້າປ່ອງ 4 ຈະສະໜອງນໍ້າໃຫ້ເນື້ອທີ່ທໍາການຜະລິດກະສິກຳ 3.700 ເຮັກຕາ, ລະດູແລ້ງ 2.500 ເຮັກຕາ, ກວມເອົາ 13 ບ້ານ ແລະ ປະຕູເອົານໍ້າປ່ອງ 5 ຈະສະໜອງນໍ້າໃຫ້ເນື້ອທີ່ການຜະລິດກະສິກຳ 900 ເຮັກຕາ, ລະດູແລ້ງ 550 ເຮັກຕາ, ກວມເອົາ 1 ບ້ານ. ປະຈຸບັນບັນດາໂຄງການຊົນລະປະທານປະຕູປ່ອງນໍ້າ 1, 4 ແລະ ປ່ອງນໍ້າ 5 ແມ່ນຍັງຢູໃນຂັ້ນຕອນການນໍາສະເໜີ ເພື່ອຂໍງົບປະມານໃນການຈັດຕັ້ງປະຕິບັດ.


ນອກຈາກນັ້ນ, ບັນດາທ່ານຄະນະຜູ້ແທນ ຍັງໄດ້ສືບຕໍ່ເຄື່ອນໄຫວ ຢ້ຽມຊົມ ພື້ນທີ່ ທີ່ຈະນໍາໃຊ້ເຂົ້າໃນການການຜະລິດ ຂອງເຂດດັ່ງກ່າວຕື່ມອີກ.

Leave a Reply

Your email address will not be published. Required fields are marked *