ໃນວັນທີ 10 ມີນາ 2023 ແຂວງຄຳມ່ວນ ໄດ້ດໍາເນີນການສອບເສັງຄັດເລືອກແຂ່ງຂັນນັກຮຽນເກັ່ງເປັນທາງການ ທີ່ ສູນ ICT ມປ ທ່າແຂກ ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ພາກເຊົ້າ ແມ່ນສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ແລະ ພາກບ່າຍ ແມ່ນແຂ່ງຂັນຕອບວິທະຍາສາດ. ພາຍຫຼັງສໍາເລັດການແຂ່ງຂັນຕອບວິທະຍາສາດແລ້ວກໍ່ໄດ້ຈັດພິທີສະຫຼຸບການສອບເສັງນັກຮຽນເກັ່ງທົ່ວແຂວງຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ມີບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງ , ພະນັກງານຄູ-ອາຈານ , ຜູ້ປົກຄອງ ແລະ ນັກສອບເສັງເຂົ້າຮ່ວມ .
ໃນການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງສາຍສາມັນສຶກສາ ຂັ້ນ ປ.5, ມ.4 ແລະ ມ.7 ຄັ້ງນີ້ ມີ 10 ຕົວເມືອງໃນທົ່ວແຂວງ ແລະ ໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກສຶກສາ 4 ແຫ່ງ ລວມມີໂຮງຮຽນທັງໝົດທີ່ເຂົ້າຮ່ວມສອບເສັງ ຈໍານວນ 61 ແຫ່ງ, ຊັ້ນປະຖົມສຶກສາ 22 ແຫ່ງ ( ເອກະຊົນ 3 ແຫ່ງ ), ມັດທະຍົມຕອນຕົ້ນ 9 ແຫ່ງ, ມັດທະຍົມສົມບູນ 28 ແຫ່ງ ( ເອກະຊົນ 2 ແຫ່ງ ) ແລະ ມັດທະຍົມຕອນປາຍ 2 ແຫ່ງ. ໃນນັ້ນໄດ້ຜ່ານການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງຂັ້ນໂຮງຮຽນ, ຂັ້ນກຸ່ມໂຮງຮຽນ, ຂັ້ນເມືອງ ແລະ ກ້າວຂຶ້ນມາສອບເສັງຂັ້ນແຂວງເຊິ່ງຈໍານວນນັກຮຽນສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງທັງໜົດໃນຄັ້ງນີ້ມີ 123 ນ້ອງ,ຍິງ 86 ນ້ອງ .
ທ່ານ ດາລີວັນ ໄຊຍະເກດ ຮັກສາການຫົວໜ້າຂະແໜງສາມັນໄດ້ຜ່ານບົດສະຫຼຸບການສອບເສັງແຂ່ງຂັນຄັດເລຶອກນັກຮຽນເກັ່ງສາຍສາມັນສຶກສາ ( ຂັ້ນ ປ.5, ມ.4, ມ.7 ) ລະດັບແຂວງປະຈໍາສົກຮຽນ 2022-2023 ເຊິ່ງຜ່ານການສອບເສັງສາມາດສະຫຼຸບໄດ້ໃນແຕ່ລະຂັ້ນ,ແຕ່ລະລາຍວິຊາຄື :
ຂັ້ນປ5 ວິຊາພາສາລາວອັນດັບທີ 1 ນາງ ນໍ້າຫວານ ໂສພານາວົງ ຈາກໂຮງຮຽນປະຖົມຖໍ້າພວງ ເມືອງຍົມມະລາດ , ອັນດັບທີ 2 ນາງ ພອນທິບ ແກ້ວສູນທອນຈາກໂຮງຮຽນປະຖົມອຸດົມສຸກ2 ເມືອງນາກາຍ , ອັນດັບທີ 3 ນາງ ອຸໄລວັນ ຈັນທະຂິນຈາກໂຮງຮຽນຄໍາມ່ວນ-ກວາງບິ່ງເຊິ່ງເປັນໂຮງຮຽນອ້ອມຂ້າງພະແນກ , ອັນດັບທີ 3 ນາງ ເຂັມທິບ ພົມມະວົງຈາກໂຮງຮຽນປະຖົມເທີນຫີນບູນ ເມືອງຄູນຄໍາ , ນອກຈາກນັ້ນແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 6 ນ້ອງ,ຍິງ 3 ນ້ອງ ; ວິຊາໂລກອ້ອມຕົວອັນດັບທີ 1 ນາງ ສຸທິມາ ໄຊຍະລາດຈາກໂຮງຮຽນປະຖົມນໍ້າເທີນ 2 ເມືອງຍົມມະລາດ , ອັນດັບທີ 2 ທ້າວ ບຸນທະວີ ພິກຸນທອງຈາກໂຮງຮຽນປະຖົມມ່ວງສຸມ ເມືອງທ່າແຂກ ນອກຈາກນັ້ນແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 5 ນ້ອງ,ຍິງ 5 ນ້ອງ ;ສໍາລັບວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ .
ຂັ້ນມ4 ວິຊາພາສາລາວ-ວັນນະຄະດີອັນດັບທີ 1 ນາງ ເຄັກ ເມກສະຫວັນຈາກໂຮງຮຽນ ມສ ເທີນຫີນບູນ ເມືອງຄູນຄໍາ ນອກນັ້ນແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 3 ນ້ອງ,ຍິງ 2 ນ້ອງ ; ວິຊາພາສາອັງກິດອັນດັບທີ 1 ທ້າວ ທະນິດສອນ ແສງດາລາຈາກໂຮງຮຽນຄໍາມ່ວນ-ກວາງບິ່ງເຊິ່ງເປັນໂຮງຮຽນອ້ອມຂ້າງພະແນກນອກນັ້ນແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 5 ນ້ອງ , ຍິງ 4 ນ້ອງ , ສໍາລັບວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ ,ວິຊາເຄມີສາດ ແລະ ຟີຊິກສາດແມ່ນໄດ້ຮັບລາງວັນຊົມເຊີຍວິຊາລະ 1 ນ້ອງ .
ຂັ້ນມ7 ວິຊາພາສາລາວ-ວັນນະຄະດີແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 9 ນ້ອງ,ຍິງ 9 ນ້ອງ ; ວິຊາຄະນິດສາດໄດ້ຮັບລາງວັນຊົມເຊີຍຈໍານວນ 1 ນ້ອງ ; ວິຊາຟີຊິກສາດອັນດັບທີ 1 ນາງ ດາວທິບ ໄຊຍະຈັກຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ ,ລາງວັນຊົມເຊີຍມີ 1 ນ້ອງ ; ວິຊາເຄມີສາດອັນດັບທີ 1 ທ້າວ ເອກອຸດອນ ເທບວົງສາຈາກໂຮງຮຽນມໍປາຍທ່າແຂກເຊິ່ງເປັນໂຮງຮຽນອ້ອມຂ້າງພະແນກ ,ລາງວັນຊົມເຊີຍມີ 1 ນ້ອງ; ວິຊາພາສາອັງກິດອັນດັບທີ 1 ນາງ ລີນາ ທາວົງຈາກໂຮງຮຽນ ມສ ນໍ້າເທີນ 2 ເມືອງຍົມມະລາດ , ອັນດັບທີ 2 ນາງ ແໝ່ມ ໄຄຍະລາດ ຈາກໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມເມືອງໜອງບົກ , ນາງ ສຸກສະຫວັນ ທັນນະພາຈາກໂຮງຮຽນ ມສ ເທີນຫີນບູນ ເມືອງຄູນຄໍາ ແລະ ລາງວັນຊົມເຊີຍຈໍານວນ 3 ນ້ອງ,ຍິງ 3 ນ້ອງ .
ສໍາລັບການຖາມ-ຕອບວິທະຍາສາດລວມທັງໝົດມີ 11 ຄະນະ ( ປະກອບມີເມືອງລະ 1 ຄະນະ ແລະ ໂຮງຮຽນອ້ອມຂ້າງພະແນກ 1 ຄະນະ ) ເຊິ່ງຜົນການແຂ່ງຂັນອັນດັບທີ 1 ເມືອງຄູນຄໍາ , ອັນດັບທີ 2 ເມືອງຍົມມະລາດ , ອັນດັບທີ 3 ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເມືອງບົວລະພາ .
ໃນພິທີຄັ້ງນີ້ຍັງໄດ້ມີການມອບລາງວັນໃຫ້ແກ່ນ້ອງນັກຮຽນແຕ່ລະຂັ້ນ,ແຕ່ລະລາຍວິຊາທີ່ສາມາດຍາດໄດ້ອັນດັບທີ 1-3 ແລະ ລາງວັນຊົມເຊີຍຕາມລໍາດັບເຊິ່ງເປັນກຽດນໍາພາມອບລາງວັນໃນຄັ້ງນີ້ໂດຍທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ .