• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສາວລາວ ຢູ 20 ສະເໝີ 1 ແລະ ເສຍ 2 ນັດ ລົງແຂ່ງລາຍການໃຫຍ່ໃນຮອບຫຼາຍປີ

ທີມຊາດລາວ ຍິງລາວ ຮຸ່ນອາຍຸບໍ່ເກີນ 20 ລົງແຂ່ງຂັນຄົບ 3 ນັດສະເໝີ 1 ແລະ ເສຍ 2 ນັດໃນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ( AFC U20 WOMEN’S ASIAN CUP 2024 ROUND 1 ) ກຸ່ມ A ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ ເປັນເຈົ້າພາບ ລະຫວ່າງວັນທີ 8-12 ມີນາ 2023.

ທີມຊາດຍິງລາວ ຢູ 20 ນັດທໍາອິດສະເໝີກັບ ຮົງກົງ 2-2, ນັດທີ 2 ເສຍໃຫ້ກັບ ຟິີລິບປິນ 0-1 ແລະ ຫຼ້າສຸດໃນວັນທີ 12 ມີນາ 2023 ລົງສະໜາມພົບກັບ ທີມຊາດຈີນ ປາກົດວ່າ ເສຍໄປຂາດລອຍ 0-8 ເຮັດໃຫ້ຕົກຮອບໄປ ເຊັ່ນດຽວກັບ ຟິລິບປິນ ແລະ ຮົງກົງ

ສ່ວນ ສປ ຈີນ ຜ່ານເຂົ້າຮອບຄັດເລືອກຮອບທີ 2 ໃນຖານະແຊັມກຸ່ມ A, ສ່ວນທີມທີ່ຈະໄດ້ໄປຕໍ່ໄປເບິ່ງລາຍລະອຽດໄດ້ທີ່ຄລິບ:

Leave a Reply

Your email address will not be published. Required fields are marked *