• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ

ໃນວັນທີ 10 ມີນາ 2023 ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອຳນາດການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີ ເປີດອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ ໂດຍຈັດຂື້ນທີ່ເມືອງ ບົວລະພາ ແຂວງຄຳມ່ວນ.

ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາແຂກຖືກເຊີນຈາກ ອົງການປົກຄອງແຂວງ ສະຫວັນນະເຂດ, ບໍລິຄໍາໄຊ ແລະ ແຂວງກວາງ ບິ່ງ ສ.ສ ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານໂລກ, ບັນດາອົງການຈັດຕັ້ງສາກົນ, ຕະຫຼອດຮອດອໍານາດການປົກຄອງເມືອງ ແລະ ພາກສ່ວນຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.


ໃນພິທີອັນມີຄວາມໝາຍຄວາມສໍາຄັນ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ເປັນກຽດມີຄໍາເຫັນກ່າວຕ້ອນຮັບຕໍ່ແຂກທີ່ມາຮ່ວມງານ ແລະ ໄດ້ສະແດງຄວາມຊົມເຊີຍ ມາຍັງຄະນະນຳທຸກຂັ້ນ ຕະຫຼອດຮອດຄະນະກໍາມະການ ທັງສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມໃນທຸກດ້ານ ເຮັດໃຫ້ພິທີດັ່ງກ່າວ ໄດ້ຖືກຈັດຂຶ້ນ ຕາມແຜນການທີ່ໄດ້ກໍານົດໄວ້, ພ້ອມດຽວກັນຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງຊັບພະຍາກອນປ່າໄມ້ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຊາດ, ມີຄວາມຕິດພັນກັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ມາແຕ່ດຶກດໍາບັນ ຈົນເຖິງທຸກວັນນີ້ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້, ມີຄວາມສໍາຄັນໃນການຕອບສະໝອງ ສະບຽງອາຫານ, ຢາປົວພະຍາດ ແລະ ອື່ນໆ ໃຫ້ແກ່ການດໍາລົງຊີວິດປະຈໍາວັນ ຂອງປະຊາຊົນລາວ. ເພື່ອສືບຕໍ່ວຽກງານຄຸ້ມຄອງປ່າໄມ້, ສັດນໍ້າ, ສັດປ່າ ໃຫ້ນັບມື້ນັບດີຂຶ້ນນັ້ນ ໃນນາມຕາງໜ້າ ອົງການປົກຄອງແຂວງຄໍາມ່ວນ ຍັງຮຽກຮ້ອງ ມາຍັງທຸກພາກສ່ວນ ຈົ່ງໄດ້ເພີ່ມທະວີ ຄວາມເປັນເຈົ້າການ ໃນການປົກປັກຮັກສາ ໂດຍສົມທົບກັບສື່ມວນຊົນ ໃນການໂຄສະນາເຜີຍແຜ່ຄວາມໝາຍ, ຄວາມສຳຄັນ ຂອງປ່າໄມ້, ສັດນໍ້າ, ສັດປ່າຢ່າງຕໍ່ເນື່ອງ, ຖືເອົາການອະນຸລັກປົກປັກຮັກສາປ່າໄມ້ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢ່າງໜັ້ນຄົງ, ປະຊາຊົນ ແລະ ປ່າໄມ້ ຕ້ອງຢູ່ຮ່ວມກັນຢ່າງຍືນຍົງ, ເອົາໃຈໃສ່ວຽກງານປູກໄມ້ ແລະ ຟື້ນຟູປ່າໄມ້ ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ຄືນສູ່ຄວາມອຸດົມສົມບູນໃນອະນາຄົດ.


ໃນໂອກາດ ຂຶ້ນມີຄຳເຫັນ ແລະ ກ່າວເປີດພິທີປະກາດ ອຸທິຍານແຫ່ງຊາດ ຫີນໜາມໜໍ່, ປ່າສະຫງວນແຫ່ງຊາດ ຂຸນເຊ-ໜອງມ້າ ແລະ ປ່າປ້ອງກັນແຫ່ງຊາດ ພູຫຼວງ-ພູເຂົານົກ ຢ່າງເປັນທາງການ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນ ໜາມໜໍ່ ເປັນເຂດໜຶ່ງທີ່ມີຄວາມອຸດົມສົມບູນ, ມີທິວຖັດທໍາມະຊາດພູຫີນປູນທີ່ສວຍສົດງົດງາມ, ໂດດເດັ່ນ ແລະ ກວ້າງໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສຽງໃຕ້, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງ ມາຕັ້ງແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນາທຳ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວທຳມະຊາດ, ການສຶກສາຄົ້ນຄວ້າວິທະຍາສາດ.

ພ້ອມດຽວກັນ ທ່ານຍັງໄດ້ ຕີລາຄາສູງ ແລະ ຖືເປັນນິມິດໝາຍສໍາຄັນທີ່ສຸດ ທີ່ຈະໄດ້ພ້ອມກັນ ສືບຕໍ່ຜັນຂະຫຍາຍ ເນື້ອໃນຈິດໃຈ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ອຸທິຍານແຫ່ງຊາດ, ປ່າສະຫງວນແຫ່ງຊາດ ແລະ ປ່າປ້ອງກັນແຫ່ງຊາດ ດັ່ງກ່າວ ເພື່ອຫັນເຂົ້າສູ່ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາຢ່າງເປັນລະບົບ, ມີຄວາມເຂັ້ມແຂງ, ມີຄວາມເປັນເອກະພາບ ທາງດ້ານການຈັດຕັ້ງ ແລະ ການຮ່ວມມືຢ່າງເປັນເຈົ້າການຈາກຊຸມຊົນທ້ອງຖິ່ນ ຢ່າງກວ້າງຂວາງ, ເພື່ອປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະກອບສ່ວນ ເຂົ້າໃນການປັບປຸງຊິວິດການເປັນຢູ່ ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.


ໂອກາດນີ້ ທ່ານ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ບັນດາແຂກຖືກເຊີນ ຍັງໄດ້ຮ່ວມເປີດປ້າຍ ແລະ ລັ່ນຄ້ອງເກົ້າບາດ, ເພື່ອເປັນມົງຄຸນ ແລະ ຢັ້ງຢືນເຖິງການເປີດຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *