• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຮອດ USA ແລ້ວ ກຸ່ມສິນລະປິນລາວ ທີ່ຈະໄດ້ຮ່ວມງານ Sabaidee Fest 2023

ອອກເດີນທາງ ແລະ ເຊັກອິນ ຮອດ ອາເມລິກາເປັນທີ່ຮຽບຮ້ອຍ ສໍາລັບ ສິນລະປິນລາວ ຫຼື ນັກຮ້ອງໄວລຸ້ນລາວ ທີ່ໄດ້ຮ່ວມງານ ນີ້ Sabaidee Fest 2023 ຈັດຂຶ້ນທີ່ California USA ໃນ 18-19 ມີນານີ້

.

ໂດຍມີ ທີມລູກເຂີຍໃສ່ມອງ ໂສພະນາ, ແບກຶ, ເຈມຢູໂນ,ກູດຈີເອັກທູ, ຖິ່ນລໍາພອນ, ສາມິໂອ ແລະກໍ ນ້ອງນັດດາວ ບອກເລີຍວ່າບໍ່ທໍາມະດາ ເພາະງານນີ້ Sabaidee Fest ເປັນງານມະຫາກໍາດົນຕີໃຫຍ່ 1 ຂອງ ທາງສະຫາລັດອາເມລິກາ ທີ່ມີຫຼາກຫຼາຍສິນລະປິນຈາກຫຼາກຫຼາຍປະເທດເຂົ້າຮ່ວມ ການໄປຄັ້ງນີ້ບາງຄົນຖືເປັນຄັ້ງທໍາອິດ ທີ່ໄດ້ໂພສປະທັບໃຈໄວ້ໃຫ້ເຫັນ

.

ຖືເປັນອີກບາດກ້າວໃໝ່ ທີ່ດີຂອງວົງການບັນເທີງ ວົງການເພງລາວ ຖ້າຕິດຕາມການໄປຄັ້ງນີ້ ການສະແດງຄັ້ງນີ້ ຂໍໃຫ້ນໍາເອົາຄວາມເປັນລາວໄປເຜີຍແຜ່ໃຫ້ຫຼາຍຄົນໄດ້ຮູ້ວ່າເພງລາວໄວລຸ້ນລາວ ກໍເກັ່ງ ແລະ ສາມາດໄປຢືນຢູ່ຈຸດນັ້ນໄດ້ຄືກັບສິນລະປິນອື່ນໆ

.

.

Leave a Reply

Your email address will not be published. Required fields are marked *