ຄາຣລັອສ ອາວຄາຣັຊ ນັກເທັນນິສດາວເດັ່ນ ໄວ 19 ປີ ຊາວສະເປນ (ແອັສປາຍ) ສະແດງຜົນງານໄດ້ຢ່າງໂດດເດັ່ນຄວ້າແຊ້ມແກຣນສະແລມ ຢູເອັສ ໂອເພັນ 2022 ໃນວັນທີ 11 ກັນຍາຜ່ານມາ, ທີ່ນິວຢ໊ອກ, ສະຫະລັດ ອາເມຣິກາ, ຮອບຊິງປະເພດຊາຍດ່ຽວ ເປັນຄູ່ຊິງໜ້າໃໝ່ ຄາຣລັອສ ອາວຄາຣັຊ ມື 3 ຂອງລາຍການ ພົບກັບ ແຄັສເປີ ຣຸດ ມື 5 ຂອງລາຍການຈາກນໍຣເວ (ນອກແວ).
ຜ່ານການແຂ່ງຂັນ ອາວຄາຣັຊ ເປັນຝ່າຍເອົາຊະນະ ແຄັສເປີ ຣຸດ 3-1 ເຊັດ: 6-4, 2-6, 7-6 (7-1) ແລະ 6-3 ອາວຄາຣັຊ ໄດ້ແຊ້ມແກຣນສະແລມລາຍການທຳອິດໃນອາຊີບ ພ້ອມສ້າງປະຫວັດສາດຂຶ້ນເປັນມື 1 ຂອງໂລກດ້ວຍອາຍຸນ້ອຍສຸດ 19 ປີ 4 ເດືອນ 6 ວັນ ທຳລາຍສະຖິຕິຂອງ ເລຕັນ ເຮວິດ ຕຳນານນັກເທັນນິສຊາວອົດສະຕຣາລີ ທີ່ສ້າງໄວ້ໃນເດືອນພະຈິກ ປີ 2001 ດ້ວຍອາຍຸ 20 ປີ 9 ເດືອນ.
ນອກຈາກນີ້ ອາວຄາຣັຊ ເປັນແຊ້ມແກຣນສະແລມດ້ວຍອາຍຸໜຸ່ມນ້ອຍຫລັກ 19 ປີ ເປັນຄົນທີສອງຕໍ່ຈາກ ຣາຟາເອວ ນາດາວ ເປັນແຊ້ມ ເຟັນ ໂອເພັນ ໃນປີ 2005 ແລະ ເປັນນັກເທັນນິສຄົນທີສອງ ທີ່ມີອາຍຸ 19 ປີ ສາມາດຄອງແຊ້ມ ຢູເອັສ ໂອເພັນ ຕໍ່ຈາກ ເປັສ ແຊມປັສ ຕຳນານນັກເທັນນິສຊາວອາເມຣິກາ ໃນປີ 1990. ຂະນະທີ່ ແຄັສເປີ ຣຸດ ເປັນຮອງແຊ້ມແກຣນສະແລມ ສອງລາຍການໃນປີນີ້ ຕໍ່ຈາກ ເຟັນ ໂອເພັນ.
Photo: US Open