• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເດັກລາວຄົນນີ້ທີ່ສຸດຂອງທີ່ສຸດ! ໄທເກີ ພາທີມຄວ້າແຊ້ມ ລາຍການແຊ້ມຊົນແຊ້ມ ອບຈ.ຊົນບຸຣີ ຄັບ

ກ່ອນໜ້ານີ້ ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ນັກເຕະເຍົາວະຊົນລາວ ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ເດີນທາງໄປແຂ່ງຂັນທີ່ປະເທດໄທວັນທີ 12 ກຸມພາ 2023 ໄປຫຼິ້ນກັບສະໂມສອນເຍົາວະຊົນຈາກໄທກໍຄື Fut boys ໃນຮຸ່ນອາຍຸບໍ່ເກີນ 11 ປີພາທີມຄວ້າແຊັມລາຍການ ອບຈ.ຊົນບຸຣີ ຄັບ 2023 ຮອບຄັດເລືອກ ເພື່ອຄັດເອົາທີມແຊ້ມໄປແຂ່ງຂັນຮອບ ແຊ້ມຊົນແຊ້ມ ໃນວັນທີ 11 ມີນາ 2023 ທີ່ຈັງຫວັດຊົນບຸຣີ ປະເທດໄທ.

ຫຼ້າສຸດ ໃນວັນທີ 11 ມີນາ 2023 ໄທເກີ ກໍໄດ້ລົງແຂ່ງຂັນເປັນຕົວຫຼັກ ພາສະໂມສອນ Fut boys ລົງແຂ່ງຂັນໃນລາຍການ ອບຈ.ຊົນບຸຣີ ຄັບ 2023 ຮອບແຊ້ມຊົນແຊ້ມ ເຊິ່ງທີມທີ່ເຂົ້າຮ່ວມຕ້ອງເປັນທີມທີ່ໄດ້ແຊ້ມຕິດໄມ້ຕິດມືມາກ່ອນ ຖືເປັນທີມລະດັບທ໊ອບໆຂອງໄທ

ຜ່ານການແຂ່ງຂັນປາກົດວ່າ: ໄທເກີ ສ້າງຜົນງານຢ່າງໂດດເດັ່ນພາ Fut boys ຊະນະ 3 ນັດລວດຄື ຊະນະ ນົນທະບຸຣີ 3-2, ຊະນະ ສາທິດກຣຸງເທບທົນບຸຣີ 3-0 ແລະ ຊະນະ ພະລືໄທຄອນແວນ 3-1 ຄວ້າແຊ້ມໄປຄອງ ໂດຍໄດ້ຮັບຂັນແຊ້ມ ແລະ ເງິນລາງວັນ 20.000 ບາດໄປຄອງຢ່າງຍິ່ງໃຫຍ່ (ລາຍລະອຽດເພີ່ມຕື່ມ ແລະ ປະຫວັດຂອງ ໄທເກີ ເບິ່ງຄລິບລຸ່ມນີ້ )

Leave a Reply

Your email address will not be published. Required fields are marked *