• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ງານໜັກທີ່ສຸດຂອງກຸ່ມ C ຢູ 20 ລາວ ຮັບມື ຍີ່ປຸ່ນ ແລງມື້ນີ້, ຖ້າມີຄະແນນນັດນີ້ສຸດຍອດໄປເລີຍ

ການແຂ່ງຂັນບານເຕະ ຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີຮອບຄັດເລືກກຸ່ມ C ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ກ່ອນໜ້ານີ້ ຢູ 20 ລາວ ເອົາຊະນະ ກວມ ໄປຕາມຄາດ 3-0 ຫຼ້າສຸດມື້ນີ້ວັນທີ 12 ກັນຍາ 2022 ທີມຊາດລາວ ຈະລົງສະໜາມພັບກັບ ຍີ່ປຸ່ນ ຖືເປັນງານໜັກທີ່ສຸດໃນກຸ່ມ

ສໍາລັບ ທີມຊາດລາວ ແມ່ນຈັດຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ເຊິ່ງໃນກຸ່ມນີ້ຖືວ່າ ຍີ່ປຸ່ນ ເປັນທີມທີ່ແຂງແກ່ນທີ່ສຸດ. ເພາະເປັນທີມລະດັບແຖວໜ້າຂອງອາຊີ. ຢ່າງໃດກໍຕາມ ນັດນີ້ເປັນນັດທໍາອິດຂອງ ຍີ່ປຸ່ນ ແລະ ນັດທີ 2 ຂອງທີມຊາດລາວ ຫຼັງສ້າງຄວາມໝັ້ນໃຈດ້ວຍການເອົາຊະນະ ກວມ 3-0 ຂໍເອົາໃຈຊ່ວຍ

ເຊິ່ງຕາຕະລາງ ການແຂ່ງຂັນນັດທີ່ເຫຼືອຂອງ ທີມຊາດລາວ ມີດັ່ງນີ້ິ້:
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.

Leave a Reply

Your email address will not be published. Required fields are marked *