• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເລັ່ງປັບປຸງເສັ້ນທາງພູ 9 ຫຼັກ ໃຫ້ແລ້ວກ່ອນປີໃໝ່ລາວ ຫາກບໍ່ຈຳເປັນໄລຍະນີ້ເວັ້ນເສັ້ນທາງນີ້ກ່ອນເດີ…

ວັນທີ 11 ມີນາ 2023 ໜ່ວຍສ້ອມແປງທາງໄດ້ເລັ່ງມືສ້ອມແປງ ແລະ ປັບປຸງເສັ້ນທາງພູ 9 ຫລັກໃຫ້ແລ້ວກ່ອນປີໃຫມ່ລາວ, ເນື່ອງຈາກຄາດວ່າຈະມີນັກທ່ອງທ່ຽວຂັບລົດສ່ວນຕົວຜ່ານທາງຕັດໃຫມ່ພູເກົ້າຫຼັກຈຳນວນຫຼາຍໃນແຕ່ລະມື້ ລວມເຖິງລົດບໍລິການທ່ອງທ່ຽວ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການໃນວັນທີ6 ມີນາ 2023  ຂໍຖືເປັນກຽດແຈ້ງການ ມາຍັງບັນດາທ່ານ ຜູ້ທີ່ຊົມໃຊ້ເສັ້ນທາງເລກທີ 4C ທາງຫຼວງແຫ່ງຊາດ ຊ່ວງເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງ ຫຼວງພະບາງ.

ເສັ້ນທາງດັ່ງກ່າວ ເປັນເຂດພູຄ້ອຍຊັນຫຼາຍ ເຊິ່ງທາງບໍລິສັດ ຜູ້ຮັບເໝົາສ້ອມແປງຈະໄດ້ ປະຕິບັດວຽກງານສ້ອມແປງ ທາງປູຢາງເພື່ອຄວາມປອດໄພຕໍ່ຜູ້ນໍາໃຊ້ເສັ້ນທາງດັ່ງກ່າວ, ຈິ່ງໄດ້ແຈ້ງປິດການ ສັນຈອນຊົ່ວຄາວສໍາລັບລົດບັນທຸກຫນັກທຸກປະເພດ ໃຫ້ໄປຊົມໃຊ້ເສັ້ນທາງເລກທີ 13 ເຫນືອ ເລີ່ມແຕ່ວັນ ທີ 7 ມີນາ 2023 ເປັນຕົ້ນໄປ, ຈົນກ່ວາສໍາເລັດການສ້ອມແປງເສັ້ນທາງດັ່ງກ່າວ.


ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານຜູ້ຊົມໃຊ້ເສັ້ນທາງເລກທີ 4C ເພື່ອຮັບຊາບຕາມແຈ້ງການນີ້ດ້ວຍ.

ເສັ້ນທາງເລກທີ 4Cຈຸດພູ 9 ຫລັກເປັນເສັ້ນທາງຂຶ້ນພູສູງຊັນ ອັນຕະລາຍທີ່ສຸດແລະທາງເປ່ເພຕະຫລອດ…ແຕ່ລະປີມີຄົນຈໍານວນບໍ່ຫນ້ອຍເສຍຊີວິດຈາກອຸບັດເຫດຕົກເຫວ

Leave a Reply

Your email address will not be published. Required fields are marked *