• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ອັບເດດດາວຊັນໂວ ລາວລີກ 1 ຫຼັງຜ່ານໄປ 3 ອາທິດ, ບຸນພະຈັນ ທ໊ອບຟອມ (ຄລິບ)

#ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ອາທິດທີ 3 ລະຫວ່າງວັນທີ 4-5 ມີນາ 2023 ບຸນພະຈັນ ບຸນກອງ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ຍິງໄດ້ 1 ປະຕູຊ່ວຍໃຫ້ທີມເອົາຊະນະ ວຽງຈັນ ເອັຟຊີ 2-0 ພ້ອມເຮັດໃຫ້ ບຸນພະຈັນ ຍິງໄປແລ້ວ 3 ປະຕູເລື່ອນຂຶ້ນນໍາແບບດ່ຽວໆ ( ລາຍລະອຽດເບິ່ງຄລິບລຸ່ມນີ້ )

ສ່ວນ ວັນນະສອນ ດວງໄມຕີ ແລະ AYUKAWA YUKUHIRO 2 ກອງໜ້າຂອງ ມາສເຕີ 7 ເອັຟຊີ ຍິງໄດ້ 2 ປະຕູເທົ່າກັນ ຢຶດທີ 2 ຂອງຕໍາແໜ່ງດາວຍິງສູງສຸດ ( ຄລິບ )

ຜົນການແຂ່ງຂັນອາທິດທີ່ຜ່ານມາ
1.ຊ້າງນ້ອຍ ເອົາຊະນະ ສະໂມສອນກິລາບານເຕະ ວຽງຈັນ 2-0
– ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 17 ບຸນພະຈັນ ບຸນກອງ ນາທີ 11, ເບີ 10 ສົມໄຊ ແກ້ວຫານາມ ນາທີ 31

2.ກອງທັບ ເອົາຊະນະ ສະໂມສອນກິລາບານເຕະ ນ້ຳທາ 2-0
– ກອງທັບ ໄດ້ປະຕູຈຸດໂທດຂຶ້ນນຳຈາກ: ເບີ 17 ພູສົມບູນ ປັນຍາວົງ ນາທີ 27 ແລະ ເບີ 7 ສີສະຫວາດ ດາລາວົງ ນາທີ 83

3.ຈຳປາສັກ 1-1 ສະໂມສອນກິລາບານເຕະ ຫຼວງພະບາງ
– ຈຳປາສັກ ໄດ້ປະຕູຈາກ: ເບີ 7 ສີການດາ ໄຊສົມພານ ນາທີ 41.
– ຫຼວງພະບາງ ໄດ້ປະຕູຈາກ: ເບີ 14 ຈໍ່າ ວັນປະເສີດ ນາທີ 36

4.ມາສເຕີເຊເວັ້ນ ພົບ ສະໂມສອນກິລາບານເຕະ ເອສະຣາ 0-1
– ເອສະຣາ ໄດ້ປະຕູຈາກ: ເບີ 19 ພັດທະນາ ພົມມະເທບ ນາທີ 81

ເບິ່ງປະຕູໄດ້ທີ່ຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *