• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ບໍ່ຜ່ານ! ເຈົ້າໜ້າທີ່ດຳເນີນຄະດີເຈົ້າຂອງຮ້ານຜູ້ເຮັດເກີນເຫດ

ByAdmin S

Mar 9, 2023

ຈາກເຂົ້າໜົມຖົງ 2000 ກີບກາຍເປັນເລື່ອງລາວໃຫຍ່ໂຕ ຫຼັງຈາກແມ່ຄ້າໃຈຂຶ້ນຈັບເດັກ 7 ປີ ມາມັດໄວ້ ຫວັງໃສ່ໂທດໃຫ້ສາສົມ ສຸດທ້າຍແລ້ວເດັກກໍ່ເປັນພຽງເດັກ ເຮົາຜູ້ໃຫຍ່ຕ້ອງຮັບໂທດທັງປົວແປງຈິດໃຈຕາມຮີດຄອງໃຫ້ເປັນທີ່ພໍໃຈຂອງສອງຝ່າຍ ເພາະນັ້ນນອກຈາກຈະລະມີດສິດທິເດັກແລ້ວຍັງເປັນການສ້າງປົມດ້ອຍທີ່ບໍດີໃຫ້ເັດຄົນດັ່ງກ່າວໄປອີກດົນ.

May be an image of 1 person and military uniform
ຈາກເຫດການກ່ອນໜ້ານີ້ໄດ້ມີເຈົ້າຂອງຮ້ານຂາຍເຄື່ອງມັດເດັກນ້ອຍຕິດກັບລົດຈັກ ຈົນກາຍເປັນກະແສສັງຄົມໂຈມຕີວິພາກວິຈານວ່າເຮັດເກີນກ່ວາເຫດ, ໃນວັນທີ 7 ມີນາ 2023, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ນໍາຕົວເຈົ້າຂອງຮ້ານມາທຳການສຶບສວນ-ສອບສວນ ສຶກສາອົບຮົມ ແລະ ດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.

May be an image of 3 people, people sitting and text
ພັຕ ພູມໃຈ ເພັດສົມພູ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງໄຊສົມບູນ ຖະແຫຼງຂ່າວວ່າ: ຕໍ່ກັບເຫດການດັ່ງກ່າວເກີດຂຶ້ນທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ປກສ ແຂວງໄຊສົມບູນ ອອກຄໍາສັ່ງເປີດການສືບສວນ-ສອບສວນ ໂດຍໄດ້ນຳຕົວຜູ້ກໍ່ເຫດ (ກໍຄືເຈົ້າຂອງຮ້ານ) ມາສອບສວນຫາສາເຫດໃນການກະທຳຄັ້ງນີ້.

May be an image of 1 person, military uniform and text

ພ້ອມທຳການສຶກສາອົບຮົມຕາມລະບຽບກົດໝາຍ ຈິ່ງໄດ້ເຫັນສາເຫດເກີດຂຶ້ນຄື: ຍ້ອນເດັກຄົນດັ່ງກ່າວໄດ້ເຂົ້າມາລັກເຂົ້າໜົມ, ເຄື່ອງດື່ມຈຳນວນໜຶ່ງຂອງທາງຮ້ານ, ເຈົ້າຂອງຮ້ານຈຶ່ງພົບເຫັນ ພ້ອມຈັບຕົວເດັກມັດຕິດກັບລົດຈັກຕາມທີ່ເຫັນໃນສື່ສັງຄົມອອນລາຍ.

May be an image of 1 person and standing
ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ຂຸ້ນຂ້ຽວເລັ່ງທຳການສືບສວນ-ສອບສວນ ຈັດຕັ້ງປະຕິບັດໃຫ້ມີຄວາມຍຸຕິທຳຕໍ່ເດັກຜູ້ເຄາະຮ້າຍ ແລະ ຈະໃຫ້ຄວາມຍຸຕິທຳທັງສອງຝ່າຍ.

May be an image of 1 person

ຂ່າວ: ປກສ ໄຊສົມບູ

Leave a Reply

Your email address will not be published. Required fields are marked *