• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເດືອນມັງກອນ 2023 ລາວຂາດດຸນການຄ້າ 13 ລ້ານໂດລາສະຫະລັດ ມີມັນຕົ້ນສົ່ງອອກຫຼັກ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ. ສິນຄ້າທີ່ສົ່ງອອກຫຼາຍ ປະກອບມີ: ມັນຕົ້ນ, ຄຳປະສົມ ແລະ ຄຳແທ່ງ, ແຮ່ທອງ, ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ… ສິນຄ້າທີ່ນໍາເຂົ້າຫຼາຍ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ນ້ຳມັນແອັດຊັງ ແລະ ຊິ້ນສ່ວນອາໄຫຼ່ລົດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​ມັນຕົ້ນ ປະມານ 89 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 59 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 29 ລ້ານໂດລາສະຫະລັດ, ເກືອກາລີ ປະມານ 27 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 27 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 24 ລ້ານໂດລາສະຫະລັດ, ​ເຄື່ອງ​ນຸ່ງ​ຫົ່ມ ປະມານ 23 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍປະມານ 17 ລ້ານໂດລາສະຫະລັດ, ນ້ຳ​ຕານ ປະມານ 16 ລ້ານໂດລາສະຫະລັດ ແລະ ​ແຮ່ເຫຼັກ ປະມານ 13 ລ້ານໂດລາສະຫະລັດ .

ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 93 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 34 ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 32 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ ປະມານ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ ປະມານ 20 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 19 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 16 ລ້ານໂດລາສະຫະລັດ, ສາຍໄຟຟ້າ ແລະ ເຄເບີ້ລ ປະມານ 14 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 12 ລ້ານໂດລາສະຫະລັດ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 11 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບ ໄດ້ແກ່: ຈີນ ປະມານ 156 ລ້ານໂດລາສະຫະລັດ, ໄທ ປະມານ 128 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 65 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 41 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 14 ລ້ານໂດລາສະຫະລັດ.ປະເທດ ທີ່ ສປປ ລາວ ນໍາເຂົ້າ 05 ອັນດັບ ໄດ້ແກ່: ໄທ ປະມານ 255 ລ້ານໂດລາສະຫະລັດ, ຈີນ ປະມານ 121 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 21 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 14 ລ້ານໂດລາສະຫະລັດ ແລະ ອົດສະຕາລີ ປະມານ 12 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 1 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

Leave a Reply

Your email address will not be published. Required fields are marked *