ເດືອນທີ 2 ຂອງປີ 2023 ອັດຕາເງິນເຟີ້ຍັງສືບຕໍ່ເພີ່ມຂຶ້ນ ຕົວເລກສະເລ່ຍສູງກວ່າເດືອນທໍາອິດຂອງປີ ຄາດວ່າ ທ່າອ່ຽງລາຄາສິນຄ້າໃນເດືອນມີນາ ກໍຈະບໍ່ມີການປ່ຽນແປງຫລາຍ ແລະ ລະດັບອັດຕາເງິນເຟີ້ໃນ ເດືອນມີນາ ຍັງຈະສືບຕໍ່ຢູ່ໃນລະດັບທີ່ບໍ່ແຕກຕ່າງຫລາຍກັບເດືອນກຸມພາ.
ອີງຕາມແຫຼ່ງຂໍ້ມູນຈາກສູນສະຖິຕິແຫ່ງຊາດ ຮູ້ໄດ້ວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນເດືອນ ກຸມພາ 2023 ຢູ່ໃນລະດັບ 41,3% (ເດືອນມັງກອນ 2023 ແມ່ນ 40,3%). ໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດສະບຽນອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 49,3%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 47,4%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,4%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,2% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35,4%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 28,3%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,4%.
ສັງເກດເຫັນວ່າ ເມື່ອທຽບລາຄາສິນຄ້າ ໃນເດືອນກຸມພາ ໃສ່ເດືອນ ມັງກອນ 2023 ທີ່ຜ່ານມາ ລາຄາສິນຄ້າໂດຍລວມແມ່ນບໍ່ເພີ່ມຂຶ້ນຫລາຍ (ເພີ່ມຂຶ້ນ 1,4%) ແລະ ຍັງມີບາງລາຍການສິນຄ້າມີລາຄາຫລຸດລົງ. ແຕ່ເມື່ອທຽບລາຄາສິນຄ້າ ເດືອນ ກຸມພາ ປີ 2023 ໃສ່ລາຄາສິນຄ້າ ເດືອນກຸມພາ ປີ 2022, ລາຄາສິນຄ້າ ແລະ ບໍລິການ ທຸກລາຍການແມ່ນເພີ່ມຂຶ້ນ ແລະ ເພີ່ມຂຶ້ນຫລາຍ.
ພ້ອມກັນນັ້ນ, ຄາດວ່າ ທ່າອ່ຽງລາຄາສິນຄ້າໃນເດືອນມີນາ 2023 ຈະບໍ່ມີການປ່ຽນແປງຫລາຍເມື່ອທຽບກັບປະຈຸບັນ, ແຕ່ລາຄາສິນຄ້າຈະແຕກຕ່າງກັນຫລາຍ ເມື່ອທຽບກັບ ເດືອນ ມີນາ 2022. ສະນັ້ນ, ຄາດວ່າລະດັບອັດຕາເງິນເຟີ້ໃນ ເດືອນ ມີນາ ປີ 2023 ຍັງຈະສືບຕໍ່ຢູ່ໃນລະດັບທີ່ບໍ່ແຕກຕ່າງຫລາຍກັບເດືອນກຸມພາ 2023 ນີ້.
ສົມທຽບການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ເດືອນກຸມພາ 2023 ທຽບກັບເດືອນດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 41,3% ຂະນະທີ່ສະພາບອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ພື້ນຖານ ເດືອນກຸມພາ 2023 ທຽບເດືອນຜ່ານມາເພີ່ມຂຶ້ນ 0,9%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນ ເພີ່ມຂຶ້ນ 34,3%, ເປັນຕົ້ນແມ່ນການເພີ່ມຂຶ້ນ ຂອງອາຫານສໍາເລັດຮູບ ແລະ ທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມບໍ່ແມ່ນເຫຼົ້າ, ໝວດເຫຼົ້າ ແລະ ຢາສູບ, ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ໝວດເຄື່ອງໃຊ້ໃນເຮືອນ. ໃນນີ້ ແມ່ນໄດ້ຄິດໄລ່ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ ແລະ ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6%.