• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ທາງການ ຊຽງຂວາງ ເກມ ເປີດສາກກົງກັບວັນເກີດ ທ່ານ ໄກສອນ ພົມວິຫານ, ຊີງໄຊ 25 ກິລາ

ຢ່າງເປັນທາງການ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ( ຊຽງຂວາງ ເກມ ) ກໍາເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 13 ທັນວາ 2022 ເຊິ່ງກົງກັບວັນເກີດຂອງ ທ່ານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຂົາລົບຮັກຂອງຊາວລາວທັງຊາດ ຫຼັງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການເລກທີ 1230/ຫສນຍ ລົງວັນທີ 25 ສິງຫາ 2022.

ໂດຍແຈ້ງການລະບຸວ່າ: ເຫັນດີໃຫ້ເປີດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 13-22 ທັນວາ 2022 ຕາມການສະເໜີຂອງຄະນະຮັບຜິດຊອບຈັດງານ
ລາຍລະອຽດເບິ່ງຕາມແຈ້ງການເພີ່ມຕື່ມ:

ຊຽງຂວາງ ເກມ ຄັ້ງນີ້ ເຈົ້າພາບກໍານົດແຂ່ງ 25 ປະເພດກິລາ ເພາະກ່ອນໜ້ານີ້ແມ່ນກໍານົດເຖິງ 28 ປະເພດກິລາ ແຕ່ຫຼ້າສຸດຕັດອອກ 3 ປະເພດກິລາ (ເບິ່ງຂໍ້ມູນເພີ່ມຕື່ມຕາມຄລິບ)

Leave a Reply

Your email address will not be published. Required fields are marked *