• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ 20 ທີມຊາດຍິງລາວ ກັບ ຮົງກົງ ກິນກັນບໍ່ລົງ ນັດທໍາອິດບານເຕະຍິງອາຊີ ຮອບຄັດເລືອກ

ທີມຊາດລາວ ຍິງລາວ ຮຸ່ນອາຍຸບໍ່ເກີນ 20 ປີລົງສະໜາມນັດທໍາອິດໃນວັນທີ 8 ມີນາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ພົບກັບ ຮົງກົງ ປາກົດວ່າ ກິນກັນບໍ່ລົງ 2-2 ໃນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ( AFC U20 WOMEN’S ASIAN CUP 2024 ROUND 1 ) ກຸ່ມ A.

ໂດຍທີມຊາດລາວ ຂຶ້ນນໍາກ່ອນ 1-0 ກ່ອນຖືກ ຮົງກົງ ຕາມສະຕີສະເໝີ 1-1 ໃນເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ທີມຊາດຮົງກົງ ຂຶ້ນນໍາ 2-1 ກ່ອນທ້າຍເກມ ທີມຊາດລາວ ໄລ່ຕີສະເໝີ 2-2 ກ່ອນຈົບການແຂ່ງຂັນ.

ສ່ວນເຄິ່ງເວລາທີ 2 ທັງສອງທີມມີໂອກາດສູສີກັນ ໂດຍສະເພາະ ທີມຊາດຍິງລາວ ມີໂອກາດຫຼຸດດ່ຽວຫຼາຍຄັ້ງ ແຕ່ຍັງບໍ່ສາມາດປ່ຽນເປັນປະຕູໄດ້ ຈົນມາເຖິງນາທີໆ 80 ຮົງກົງ ໄດ້ປະຕູຂຶ້ນນໍາ 2-1 ຈາກຈຸດໂທດ, ແຕ່ອີກ 6 ນາທີຕໍ່ມາ ທີມຊາດລາວ ໄດ້ປະຕູຕີສະເໝີຈາກຜູ້ຮັກສາປະຕູຂອງ ຮົງກົງ ປັດບານພາດບານມາເຂົ້າທາງຂອງ ສີສະອາດ ອໍາໄພລາດ ກ່ອນຈົບການແຂ່ງຂັນສະເໝີກັນ 2-2 ແບ່ງໄປທີມລະ 1 ຄະແນນ.

ຈາກຜົນດັ່ງກ່າວເຮັດໃຫ້ ສປ ຈີນ ຢຶດທີມນໍາຕາຕະລາງຄະແນນຫຼັງນັດທໍາອິດຖະຫຼົ່ມ ຟິລິບປິນ 6-0 ເກັບ 3 ຄະແນນ, ສ່ວນ ທີມຊາດລາວ ແລະ ຮົງກົງ ມີ 1 ຄະແນນເທົ່າກັນ ແລະ ອັນດັບ 4 ຟິລິບປິນ ຍັງບໍ່ມີຈັກຄະແນນຈາກ 1 ນັດ.

ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ແຂ່ງຂັນລະຫວ່າງ ວັນທີ 8-12 ມີນາ 2023 ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງນັດຕໍ່ໄປຂອງ ທີມຊາດລາວ ມີດັ່ງນີ້:
– ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ຂ່າວ: Larh Creators; ຮູບຈາກ: ສຕລ

Leave a Reply

Your email address will not be published. Required fields are marked *