• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ສຸດປັ່ງ! ວັນທີ 8 ມີນາ ນ້ອງປ່າ ເຢັ້ງຊາລໍ່ ເປີດໂຕເປັນBrand Ambassador ທະນາຄານອິນໂດຈີນ

ງານຖະແຫຼງຂ່າວເປີດຕົວນ້ອງປ່າ ເຢັ້ງຊາລໍ່ Brand Ambassador ທະນາຄານອິນໂດຈີນຈັດຂຶ້ນໃນວັນທີ8ມີນາ 2023 ທີ່ ສຳນັກງານໃຫຍ່ ທະນາຄານອິນໂດຈີນ.
ການປະຕິບັດ ພາລະກິດຮ່ວມກັນຄັ້ງນີ້ ແມ່ນມຸ້ງເນັ້ນໃສ່ ການຊ່ວຍເຫຼືອສັງຄົມ ສົ່ງເສີມບັນດາກິດຈະກຳທີ່ສ້າງສັນ ແລະ ເປັນປະໂຫຍດຕໍ່ສັງຄົມ ເຊັ່ນ: ກິດຈະກຳເພື່ອສຸຂະພາບ, ກິດຈະກຳສົ່ງເສີມຄຸນະພາບດ້ານການສຶກສາ, ເວທີສົ່ງເສີມຄວາມຄິດສ້າງສັນ ຂອງໄວໜຸ່ມ, ວຽກງານສິ່ງແວດລ້ອມ ແລະ ອີກຫຼາກຫຼາຍກິດຈະກຳ ພາຍໃຕ້ຊື່ໂຄງການ “IB ສານຝັນປັນຮັກ” ທີ່ເປັນປະໂຫຍດແກ່ສ່ວນລວມກໍຄືສັງຄົມລາວ. ຈາກທັງ2 ໂຄງການ “IB ສານຝັນປັນຮັກ ” ໂດຍ ທະນາຄານອິນໂດຈີນ ແລະ ໂຄງການ “ຜູ້ມີຄວາມຫວັງ ແບ່ງປັນນ້ຳໃຈ” ທີ່ຂັບເຄື່ອນໂດຍ ປ່າເຢັ້ງຊາ ລໍ່ ຈະກາຍເປັນພະລັງທີ່ສົ່ງເສີມກັນ ແລະ ກັນ ເປັນຄຸນຄ່າທີ່ທະວີຄູນ ເພື່ອປະໂຫຍດສູງສຸດແກ່ສັງຄົມລາວ.
ເປັນກຽດກ່າວຕ້ອນຮັບ ແລະ ເປີດຕົວBrand Ambassador ຢ່າງເປັນທາງການ ໂດຍ ທ່ານນາງ ຈັນເພັງ ວົງສົມບັດ ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ, ທ່ານໄດ້ກ່າວວ່າ:“ທະນາຄານອິນໂດຈີນ ແລະ ປ່າເຢັ່ງຊາ ແມ່ນມີປະນິທານ ແລະ ຄວາມມຸ້ງຫມັ້ນ ໄປໃນທາງດຽວກັນ ພວກເຮົາຈຶ່ງໄດ້ໂຄຈອນມາພົບກັນໃນເວລາອັນເໝາະສົມນີ້ ເພື່ອຮວມພະລັງ ໃນການຂັບເຄື່ອນຄວາມດີ ແລະ ນຳສະເຫນີສິ່ງທີ່ເປັນປະໂຫຍດ ສຸ່ຊົມຊົນແລະ ສັງຄົມຂອງພວກເຮົາພວກເຮົາຍັງໃຫ້ຄວາມສຳຄັນໃນການຊ່ວຍເຫລືອສັງຄົມ ຍົກສູງຄຸນນະພາບຊີວິດ ຂອງຊຸມຊົນ ໂດຍສະເພາະຜູ້ສູງອາຍຸ ແລະ ຜູ້ດ້ອຍໂອກາດ ພ້ອມນັ້ນຍັງສົ່ງເສີມຜູ້ທີ່ມີພອນສະຫວັນ. ເຊິ່ງມັນກົງກັບປະນິທານຊີວິດຂອງຄົນທີ່ມີຄວາມງາມ ທັງພາຍນອກ ແລະ ພາຍໃນ ຄື ປ່າເຢັ່ງຊາ ທີ່ໄດ້ສ້າງຄວາມເອກອ້າງໃຫ້ແກ່ປະຊາຊົນລາວ ໃນເວທີສາກົນ ກໍ່ຄື ເວທີ ນາງງາມຈັກກະວານ.
ພວກເຮົາ ມີເປົ້າຫມາຍສ້າງສັງຄົມໃຫ້ຫນ້າຢູ່ ເຊິ່ງເລີ່ມແຕ່ການສ້າງສັງຄົມພາຍໃນອົງກອນຂອງພວກເຮົາ ພວກເຮົາມີວັດທະນະທຳອົງກອນທີ່ງົດງາມ ແລະ ຢາກເປັນແຮງຈູງໃຈຂອງຄົນໃນສັງຄົມ ໃນການສ້າງຕົນໃຫ້ເປັນຄົນດີ ແບ່ງປັນຄວາມຮັກ ຄວາມເມດຕາ ເອື້ອເຟື້ອໃຫ້ທຸກຄົນທີ່ປິ່ນອ້ອມໃຫ້ໄດ້ຮັບປະໂຫຍດທຸກຝ່າຍ.
ພວກເຮົາພູມໃຈໃນການເປີດໂຕ ຄູ່ຮ່ວມອຸດົມການ ເພື່ອສົ່ງເສີມ ແລະ ສານຝັນຂອງກັນແລະກັນ ໃຫ້ເກີດປະໂຫຍດສຸງສຸດ ແລະ ເຮັດໃຫ້ຜູ້ຍິງໂຕນ້ອຍນ້ອຍຄົນນຶ່ງ ໄດ້ມີກຳລັງໃນການສ້າງສັນສິ່ງດີໆໃຫ້ສັງຄົມໄດ້ຈົດຈຳ ແລະ ເປັນຕົ້ນແບບໃຫ້ໄວຫນຸ່ມ ແລະ ແມ່ຍິງ ທີ່ຈະເປັນອະນາຄົດຂອງຊາດຕໍ່ໄປ ແລະ ເປັນຕົວແທນຂອງທະນາຄານອິນໂດຈີນ ໃນການປະກອບກິດຈະກຳຕ່າງຕ່າງ”.
ພາຍໃນງານ Brand Ambassador ປ່າເຢັ້ງຊາ ລໍ່ ຍັງໄດ້ເລົ່າຄວາມໃນໃຈ ວ່າ:“ຂ້າພະເຈົ້າ “ປ່າເຢັ້ງຊາ ລໍ່” ນາງງາມຈັກກະວານລາວ ປີ 2022 ຮູ້ສຶກເປັນກຽດ ແລະ ຂໍສະແດງຄວາມຂອບໃຈມາຍັງທ່ານຜູ້ອຳນວຍການທະນາຄານອິນໂດຈີນ ຕະຫຼອດຮອດຄະນະຜູ້ບໍລິຫານ ແລະ ພະນັກງານທີ່ມອບໂອກາດ ແລະ ໜ້າທີ່ອັນເປັນກຽດຢ່າງສູງໃຫ້ຂ້າພະເຈົ້າໄດ້ເປັນ “Brand Ambassador ຄົນທຳອິດຂອງທະນາຄານ ອິນໂດຈີນ” ໃນວັນທີ່ 08 ມີນາ 2023 ວັນແມ່ຍິງສາກົນ ຄົບຮອບ 113 ປີພໍດີ.
ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນດີໃຈທີ່ສຸດ ຄ້າຍຄືດັ່ງຕອນປະກາດໃຫ້ຊະນະ ”ນາງງາມຈັກກະວານລາວ” ຢູ່ເທິງເວທີ ເພາະຂ້າພະເຈົ້າໄດ້ເປັນ “Brand Ambassador” ຄັ້ງທຳອິດໃນຊີວິດ ແລະ ທັງໄດ້ເປັນ Brand Ambassador ຄົນທຳອິດໃຫ້ກັບທະນາຄານ ອິນໂດຈີນ.
ຂ້າພະເຈົ້າ ສັນຍາກັບຕົວເອງສະເໝີວ່າ ຂ້າພະເຈົ້າຕ້ອງພັດທະນາຕົນເອງໃຫ້ສູງຂຶ້ນ ແລະ ເມື້ອສຳເລັດແລ້ວ ຕ້ອງຊ່ວຍເຫຼືອເພື່ອນມະນຸດທີ່ດ້ອຍໂອກາດ, ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງມັກຊ່ວຍເຫຼືອຜູ້ຄົນ ໂດຍສະເພາະການຊ່ວຍເຫຼືອດ້ານການສຶກສາໃຫ້ກັບນ້ອງໆນັກຮຽນ, ເຊິ່ງເປົ້າໝາຍທີ່ຂ້າພະເຈົ້າ ກົງກັບ ແນວທາງຂອງທະນາຄານອິນໂດຈີນ ຈຶ່ງຕັດສີນໃຈເລືອກເປັນ Brand ambassador ໃນຄັ້ງປະຫວັດສາດນີ້.
ນອກຈາກ ໂຄງການຊ່ວຍເຫຼືອສັງຄົມແລ້ວ ບົດບາດຂອງBrand Ambassador ກໍຍັງໄດ້ປະກອບສ່ວນສ້າງການຮັບຮູ້ເຖິງການບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍຂອງທະນາຄານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າເຖິງປະຊາຊົນຫຼາຍທີ່ສຸດ ດ້ວຍຂໍ້ສະເໜີ ຟຣີຄ່າທຳນຽມໆຕ່າງໆ, ໃຫ້ຜົນຕອບແທນສູງ ແລະ ຍັງມີໂຄງການສົມມະຄຸນໃນແຕ່ລະຜະລິດຕະພັນ ບໍ່ວ່າຈະເປັນ: ບັດສາກົນຕ່າງໆ, ແອັບ IB Cool, ບັນຊີເງິນຝາກ ແລະ ສິນເຊື່ອ ທີ່ຈະສະໜອງຄວາມຕ້ອງການ ທີ່ຫຼາກຫຼາຍຂອງລູກຄ້າທຸກກຸ່ມ ທຸກຄົນຢ່າງແນ່ນອນ.
ທີ່ມາ:Indochina Bank Page

Leave a Reply

Your email address will not be published. Required fields are marked *