ສະບາຍດີ ມື້ນີ້ກໍເປັນມື້ສໍາຄັນທີ່ສຸດຂອງໂລກ ກໍຄືວັນທີ 8 ມີນາ ຫຼື ວັນທີ 8 ເດືອນ 3 ວັນງາມຂອງແມ່ ທີ່ຄົນລາວ ແລະ ກະຊາວໂລກ ທ່ອງໄດ້ແບບອັດຕະໂນມັດ ແລະ ຕິດປາກ ເພາະເປັນວັນແມ່ຍິງສາກົນ. ດັ່ງນັ້ນມື້ນີ້ ທີມງານພວກເຮົາ ຈິ່ງໄດ້ນໍາເອົາສະຕໍຣີກ່ຽວວັນດັ່ງກ່າວ ເພື່ອເປັນການລະນຶກເຖິງແມ່ຍິງໃນທົ່ວໂລກ. ( ໄປເບິ່ງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ໄດ້ທີ່ຄລິບ )
ພິເສດມື້ນີ້ທີ່ ສປປ ລາວ ເຮົາກໍມີ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN’S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
– ເວລາ 19:30 ລາວ ພົບ ຮົງກົງ