ບູຮານວ່າ ໂຈນເຂົ້າເຮືອນ 10 ເທື່ອບໍ່ທໍ່ໄຟໄໝ້ໜຶ່ງຄັ້ງ ໄຟໄໝ້ແລ້ວກ້ຽງທຸກຢ່າງເຫຼືອແຕ່ເຄື່ອງຄາຄີງຊີວິດຍັງຕ້ອງສູ້ໃໝ່ຈາກລົບ 0 ເລື່ອງລາວນີ້ໜ້າເສົ້າກວ່ານັ້ນອີກ ເຖິງຄາວຊວຍ ໄປນອນປິ່ນປົວສຸຂະພາບຢູ່ໂຮງໝໍບໍຮູ້ໃຕ້ເໜືອຫຍັງໝົດກັບມາເຮືອນທີ່ເຄີຍຢູ່ເຫຼືອແຕ່ຂີ້ເຖົ່າຖ່ານໃຫ້ເບິ່ງຕາງໜ້າເທົ່ານັ້ນ.
7 ມີນາ 2023 ລາຍງານເບື້ອງຕົ້ນ ຜົນເສຍຫາຍ ຈາກກໍລະນີເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ເຮືອນຂອງ ທ້າວ ໂຮມ ປະຊາຊົນ ບ້ານ ປາກຕວຍ ເມືອງ ປະທຸມພອນ ແຂວງ ຈຳປາສັກ ເວລາ 10:50 ນາທີ, ເຊີ່ງຕອນເກີດເຫດຜູ້ກ່ຽວຍັງໄປນອນຢູ່ໂຮງໝໍ .
ສ່ວນສາເຫດຍັງບໍ່ທັນຮູ້; ເຊິ່ງມີມູນຄ່າເສຍຫາຍ 102.362.000 ກີບ(ເງິນກີບ 9.000.000 ກີບ, ເງີນບາດ 7.000 ບາດ ແລະ ເຄື່ອງຂອງໃຊ້ອຍທຸກຢ່າງແມ່ນບໍ່ເຫຼືອຫຍັງເລີຍ.