• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

8 ມີນາວັນແມ່ຍິງສາກົນຢ່າລືມໄປເຊຍ ທີມຊາດລາວ ຢູ 20 ຮັບມື ຮົງກົນ ທີ່ຫຼັກ 16

ເມື່ອຕອນທ່ຽງຂອງວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນແຂ່ງຂັນທີ່ໂຮງແຮມແລນມາກ ກ່ອນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ( AFC U20 WOMEN’S ASIAN CUP 2024 ROUND 1 ) ກຸ່ມ A ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງ ວັນທີ 08 – 12 ມີນາ 2023.

ໂອກາດດັ່ງກ່າວ ທ່ານ ນາງ ພອນທິບ ແສງມະນີ ຄູຝຶກທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 20 ປີ ກໍໄດ້ລາຍງານວ່າ: ດັ່ງທີ່ຮູ້ລາຍການນີ້ມີທີມທີ່ແຂງແກ່ນ ແລະ ອັນດັບໂລກທີ່ສຸດຢູ່ຮ່ວມກຸ່ມທີມຊາດລາວ ໂດຍສະເພາະແມ່ນ ສປ ຈີນ. ນອກນັ້ນ, ກໍຍັງມີ ຮົງກົງ ແລະ ຟິລິບປິນ. ຢ່າງໃດກໍຕາມ ພວກເຮົາໃນນາມເຈົ້າພາບຕັ້ງເປົ້າຈະເຮັດໃຫ້ດີທີ່ສຸດ ແລະ ສ້າງຜົນງານອອກມາໃຫ້ດີທີ່ສຸດ, ສ່ວນນັກກີລາພວກເຮົາແມ່ນພ້ອມແລ້ວ ຫຼັງຈາກທີ່ໄດ້ມີການຝຶກຊ້ອມ ແລະ ກໍມີນັກກີລາທີ່ມີປະສົບການມາຊ່ວຍນັກເຕະໃໝ່ ເພື່ອປັບຈູນໃຫ້ເຂົ້າກັນຫຼາຍຂຶ້ນ.

ສ່ວນອີກຕ່າງໜ້າ 3 ຊາດກໍກ່າວໃນລັກສະນະຄ້າຍໆກັນວ່າ: ລາຍການນີ້ຈະເປັນລາຍການສ້າງຄວາມສາມັກຄີິລະຫວ່າງທີມໃນອາຊີ ໂດຍສະເພາະແມ່ນການພັດທະນາວົງການບານເຕະຍິງອາຊີ ໂດຍຜ່ານລາຍການນີ້ ແລະ ຂອບໃຈຊາວລາວ ທີ່ໄດ້ໃຫ້ຕ້ອນການຕອບຮັບເປັນຢ່າງດີ.

ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້:
– ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ

– ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
– ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ຂ່າວ-ຮູບ: Larh Creators

Leave a Reply

Your email address will not be published. Required fields are marked *