ໂບ ວັນວິສາ ນາມເສນາ MTL01 ສາວນ້ອຍອາຍຸ 16 ປີທີ່ໜ້າຮັກ ແລະ ເຕັມໄປດ້ວຍຄວາມສາມາດ ຄວ້າມົງກຸດ Miss Teen Laos 2022ມາຄອບຄອງ ກາຍເປັນດວງດາວແຫ່ງຍຸກສະໄໝ ແຫ່ງເວທີປະກວດ Miss Teen Laos ຄົນທີ່ສາມ.
ມາທໍາຄວາມຮູ້ຈັກກັບນ້ອງໃຫ້ຫລາຍຂຶ້ນ ໂບເລີ່ມເຂົ້າວົງການການປະກວດຕັ້ງແຕ່ອາຍຸ 11ປີເທົ່ານັ້ນ ໂດຍເວທີທຳອິດແມ່ນ Laos Supermodel 2017 ໄດ້ຜ່ານຮອບ 50ຄົນ ຈົນມາຮອດ ປີ2019 ໂບໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳທີ່ເຮັດໃຫ້ໂບໄດ້ເຂົ້າຮອບເລິກເຖິງຮອບ 10ຄົນສຸດທ້າຍ.
.
ໃນປີ2020 ການກັບມາປະກວດອີກຄັ້ງໃນເວທີ TKK Supermodel Contest 2020 ຈົນເຮັດໃຫ້ໂບໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ.
.
ສໍາລັບຄະຕິປະຈຳໃຈຄື: ‘’ຢ່າຢ້ານທີ່ຈະລົ້ມເຫລວ ແຕ່ຈົ່ງຢ້ານຖ້າບໍ່ໄດ້ລົງມືເຮັດ’’
ກິດຈະກຳທີ່ມັກເຮັດເວລາວ່າງແມ່ນໂບເປັນຄົນທີ່ມັກຢູ່ກັບຄອບຄົວຫຼາຍໆ ແລະ ການຫລີ້ນກິລາຕີດອກປີກໄກ່ ເຮັດອາຫານແບ່ງໃຫ້ຄົນໃນຊຸມຊົນດຽວກັນ ແລະ ຝຶກເຕັ້ນ.
.
ສ່ວນຮູບແບບການແຕ່ງໂຕຂອງນ້ອງມັກແນວຫວານໆ ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍນຳອີກດ້ວຍ.
.
.
.