W.I.G NAGA ສະໂມສອນເຍົາວະຊົນລາວ ຄວ້າແຊ້ມໄດ້ອີກແລ້ວ ແລະ ເປັນແຊ້ມລາຍການທີ 2 ຂອງປີ 2023 ຫຼັງກ່ອນໜ້ານີ້ ຢູ 9 ກໍສາມາດຄວ້າແຊັມລາຍການທໍາອິດຂອງປີ 2023 ສາມາດບຽດເອົາຊະນະ Mazda GB FC 3-2 ຄວ້າແຊັມບານເຕະ 6 ຄົນຊີງແຊັມພາກອີສານ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 2023.
ຫຼ້າສຸດວັນທີ 4 ມີນາ 2023 ຄວ້າແຊັມລາຍການທີ່ ສປປ ລາວ ຫຼັງເອົາຊະນະ PKP LuangPrabang ສະໂມສອນເຍົາວະຊົນຈາກຫຼວງພະບາງ 1-0 ໃນການແຂ່ງຂັນບານເຕະ Leaders Cup ຄັ້ງທີ IV ປະຈຳປີ 2023 ຄວ້າແຊັມໄປຄອງເມື່ອວັນທີ 4 ມີນາ 2023, ສ່ວນລາງວັນດາວຍິງສູງສຸດຂອງຕົກເປັນຂອງ ທ້າວ ອານຸສັກ ວິໄລກຸນ ( ບ້ຽວເກດ ) ກອງໜ້າຂອງ W.I.G (A) ທີ່ເປັນນັກເຕະນ້ອຍທີ່ສຸດຂອງທີມພຽງອາຍຸ 7 ປີ (ລາຍລະອຽດເບິ່ງຄລິບລຸ່ມນີ້ )