ບຸນຜີໂຂນ ເມືອງ ປາກລາຍ ແຂວງ ໄຊຍະບູລີ ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ມີນາ 2023 ທີ່ເດິ່ນກິລາຂອງເມືອງ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ, ແຂກພາຍໃນແຂວງ, ຕ່າງແຂວງ, ຕ່າງປະເທດ ແລະ ປະຊາຊົນຊາວເມືອງ ປາກລາຍເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ໃນພິທີ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ ໄດ້ກ່າວເປີດງານຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ການຈັດງານເທດສະການບຸນຜີໂຂນ ຂອງເມືອງ ປາກລາຍ ແມ່ນເປັນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງານຂອງຊາດ, ຂອງທ້ອງຖິ່ນ ກໍ່ຄືຮີດ 12 ຄອງ 14 ປະເພນີລາວໃຫ້ຍືນຍົງໄປຊົ່ວລູກ ຊົ່ວຫລານ, ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດຂອງເມືອງ ຕາມຄຳຂວັນ “
ງາມເດ ! ເມືອງປາກລາຍ ງາມຫລາຍເຖື່ອນຖໍ້າ ງາມນໍ້າປຸ້ນ ທີ່ເມືອງປາບຸນອອກພັນສາ ມີແຂ່ງເຮືອຍາວສອງເພດ ບຸນພະເຫວດ ມີແຫ່ຜີໂຂນ ເດືອນຫົກເພັງ ຈູດບັ້ງໄຟໃຫຍ່ ໄປທາງນໍ້າ ທ່ອງທ່ຽວດອນຮອນຢ້ອນຄືນມາ ທ່ຽວຊົມວັງຜາລຽບ ເດີນສົມທຽບປະຫວັດສາດ ເຮືອນເກົ່າບູຮານ”.ໃຫ້ໄດ້ຮັບການຍົກລະດັບ ແລະ ພັດທະນາໃນຕໍ່ໜ້າຂື້ນເລື້ອຍໆ.
ສໍາລັບບຸນຜີໂຂນປະຈໍາປີ 2023 ນີ້ແມ່ນກໍານົດຈັດຂື້ນໃນລະຫວ່າງ ວັນທີ 2-6 ມີນາ 2023, ໃນງານມີບັນດາກິດຈະກໍາເຊັ່ນ: ຕະຫຼາດນັດ ແລະ ທ່ຽວຊົມສິນຄ້າຜະລິດຕະພັນຂອງປະຊາຊົນຢູ່ແຕ່ລະເຂດບ້ານພັດທະນາ, ມີການແຂ່ງຂັນຊ່ວງເຮືອເພດຊາຍ 20 ສີພາຍ, ຕອນຄໍ່າວັນທີ 3 ແລະ ວັນທີ 5 ມີການປະກວດນາງທິດາພຣະເຫວດສັນດອນ, ເດີນແບບເດັກສະຫຼາດ ຄໍາຮູ້, ປະກວດສິລະປະວັນນະຄະດີ, ປະກວດນັກຮ້ອງສຽງດີ, ປະກວດບັ້ງໄຟດອກ ແລະ ຊົມການສະແດງ, ຮ້ອງເພັງນັກຮ້ອງຈາກສູນກາງ, ພິທີແຫ່ພຣະອຸປະຄຸດ ແລະ ປ່ອຍຜີໂຂນ.
ສໍາລັບພິທີທີ່ເປີດງານເທດສະການງານບຸນຢ່າງເປັນທາງການແມ່ນມີການແຮ່ຂະບວນແຕ່ລະກ້ອນກໍາລັງທີ່ສະແດງໃຫ້ເຫັນຮີດຄອງປະເພນີບຸນຕ່າງໆ ວິຖີການດໍາລົງຊີວິດຂອງປະຊາຊົນຊາວເມືອງປາກລາຍ, ຂະບວນນັກຮຽນ, ນັກສຶກສາ, ເຍົາວະຊົນ,ພະນັກງານ, ທະຫານ, ຕໍາຫລວດ ທັງໝົດ 10 ກ້ອນກໍາລັງ, ມີການປະກວດອາຫານພື້ນບ້ານຕິດພັນກັບບໍລິການໃຫ້ແຂກຊີມອາຫານແຕ່ລະຊະນິດຈາກແຕ່ລະບ້ານ.
ຕອນບ່າຍຈະມີພິທີແຫ່ພຣະເຫວດສັນດອນເຂົ້າເມືອງ ແລະ ຂະບວນຂອງຜີໂຂນເຊິ່ງເປັນເອກະລັກໃນເທດສະການບຸນໃນຄັ້ງນີ້, ຈາກນັ້ນຄະນະປະທານກໍ່ໄດ້ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ, ຖ່າຍຮູບພາບຮ່ວມເປັນທີ່ລະນຶກ, ທ່ຽວຊົມຮ້ານວາງສະແດງສິນຄ້າ ແລະ ຊິມອາຫານພື້ນບ້ານ.