• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ໂອກາດຄັ້ງໃຫຍ່ຂອງນ້ອງມາແລ້ວ! ສາຍຝົນ ກຽມໄປທົດສອບກັບທີມໃນລີກສູງສຸດ ບຽວຢ້ຽມ

ຕາມການລາຍງານຂອງ ສະໂມສອນນົນທະບຸຣີ ຜ່ານເພຈ໌ບຸກທາງການວ່າ: ທາງສະໂມສອນໄດ້ຮັບໜັງສືເຊີນ ແລະ ຂໍສະແດງຄວາມຍິນດີກັບ ສາຍຝົນ ແກ້ວຫານາມ ນັກເຕະດີເດັ່ນຂອງທີມຊາດລາວ ໄປທົດສອບສີຕີນເປັນໄລຍະເວລາ 1 ເດືອນລະຫວ່າງເດືອນເມສາ – ພຶດສະພາ 2023 ແລະ ສະໂມສອນ ເຄວີຊີ ເວສະເຕີໂລ ສະໂມສອນໃນລີກສູງສຸດຂອງ ບຽວຢ້ຽມ ຈະອອກຄ່າໃຊ້ຈ່າຍທັງໝົດ.

ສາຍຝົນ ແກ້ວຫານາມ ເປັນນັກເຕະເຍົາວະຊົນລາວ ໂດດເດັ່ນຕັ້ງແຕ່ຍັງນ້ອຍໆ ກ່ອນຖືກສະໂມສອນຈາກໄທຢ່າງ ສະມຸຍ ອະຄາເດມີ ດືງຕົວໄປຮ່ວມທີມຕັ້ງແຕ່ຍັງນ້ອຍໆຕອນອາຍຸ 13 ປີ ກ່ອນຖືກພັກດັນຂຶ້ນໄປຢູ່ກັບ ສະໂມສອນນົນທະບູຣີ ຢູໄນເຕັດ ທີມພັນທະມິດກັບສະໂມສອນດັ່ງກ່າວ ຈົນເຖິງປັດຈຸບັນ

ໂດຍຜົນງານຫຼ້າສຸດຂອງ ສາຍຝົນ ກັບທີມຊາດລາວ ກໍຄືການພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ແລະ ພາ ຢູ 19 ລາວ ສ້າງປະຫວັດສາດຄວ້າອັນດັບ 2 ລາຍການບານເຕະຊີງແຊັມອາຊຽນ 2022 ທີ່ອິນໂດເນເຊຍ

ເບິ່ງຜົນງານຂອງ ສາຍຝົນ ກັບ ທີມຊາດລາວ ຢູ 19 ຊຸດສ້າງປະຫວັດສາດຄວ້າທີ 2 ລາຍການຊີງແຊັມອາຊຽນ 2022ທີ່ຄລິບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *