ມື້ນີ້ແລ້ວ 3,3,2023 ມື້ງານລ້ຽງທີ່ເຊີນຊວນແຂກ, ໝູ່ເພື່ອນຄົນຮູ້ຈັກມາສະຫຼອງສະແດງຄວາມຍິນດີນຳຄູ່ບ່າວສາວປ້າຍແດງຢ່າງ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ແລະ ຫໜຸ່ມເອກຜູ້ຊະນະຫົວໃຈມາຍາວນານເຖິງ 7 ປີ.
ເຊິ່ງເຮົາຢ້ອນຮອຍເສັ້ນທາງຄວາມຮັກຂອງທັງສອງຄົນວ່າເລີ່ມຈາກຫຍັງກ່ອນຈະມາຮອດມື້ນີ້ທີ່ຕົກລົງເປັນຄູ່ຊີວິດ ສຳລັບເຈນນີ່ແມ່ນຖືກ ໜຸ່ມເອກຈັດເຊີໄພຣ້ຂໍແຕ່ງງານແບບງົງໆໃນວັນຄົບກັນຄົບຮອບ 7 ປີເມື່ອວັນທີ 3/11/2022 ເປັນເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ ສາວເຈນນີ່ບອກ.
ເຈນນີ່ເລົ່າວ່າ ຊິວິດການເປັນແຟນຂອງເຮົາ ເຮົາຄົບກັນຕັ້ງແຕ່ ມື້ທີເຈົ້າເປັນພະນັກງານບໍລິສັດ Organizer ຂ້ອຍເອງເປັນພິທິກອນຕາມ Event.! ຄົບກັນໄດ້ 2ປີ ເຈົ້າຕັດສິນໃຈອອກຈາກບໍລິສັດ ເພື່ອຢາກມາສ້າງບໍລິສັດເປັນຂອງຕົນເອງ ເພື່ອຢາກສ້າງອານາຄົດທີ່ດີໃຫ້ກັບຂ້ອຍ ຈົນມາມື້ນີ້ເຈົ້າມີບໍລິສັດ Ehouse Advertising ຈັດງານ ແບບເຕີບໂຕກ້າວກະໂດດ ຂ້ອຍເອງກໍ່ມີບໍລິສັດ Modeling ເປັນຂອງໂຕເອງ ຂອບໃຈຄວາມຮັກທີ່ສວຍງາມທີ່ເຮົາມອບໃຫ້ກັນ ຂອບໃຈມື້ນີ້ ທີ່ເຈົ້າສ້າງຄວາມຊົງຈຳທີ່ສວຍງາມທີ່ສຸດໃຫ້ກັບຜູ້ຍິງຄົນນີ້ ໃນການຂໍແຕ່ງງານ
ມື້ນັ້ນເພີ່ນຈັດງານແລ້ວຍິ່ງພຸ ເຄີຍຢຶນເບິ່ງພຸແລ້ວບອກເພີ່ນວ່າງາມເນາະ… ບໍ່ຄິດວ່າມື້ນີ້ເພີ່ນຈະຈູດພຸຂໍແຕ່ງງານເຮົາ
ເຮົາຄົງອາດບໍ່ຮູ້ ວ່າອານາຄົດຈະເປັນແບບໄດ ແຕ່ໃນປະຈຸບັນນີ້ຈະຂໍຮັກ ແລະ ດູແລຜູ້ຊາຍຄົນນີ້ຕະຫລອດໄປ
ສາວເຈນນີ່ຍັງໂພສຄວາມໃນໃຈຫຼັງຖືກຂໍແຕ່ງງານບອກວ່າ ມີຫລາຍໆຄົນບອກວ່າ ຂ້ອຍສາມາດຫາແຟນໄດ້ລວຍໆ
ແຕ່ສຳລັບຂ້ອຍ ຄວາມຮັກ ບໍ່ຈຳເປັນຕ້ອງລວຍລົ້ນຟ້າ ຄວາມຮັກສຳລັບຂ້ອຍ ຄືການຊັບພອດກັນ ເຂົ້າໃຈກັນ ໃນການເຮັດວຽກ ແລະ ການໃຊ້ຊີວິດຂອງກັນ ແລະ ກັນ
ຄວາມຮັກຄືການ ເປັນພື້ນທີ່ປອດໄພ ໃຫ້ກັນ ແລະ ກັນ ໃນເວລາເຈີປັນຫາ ບໍ່ສະບາຍໃຈ ທໍ້ ຫລື ທຸກໃຈ
ຄວາມຮັກ ຄືການຊື່ສັດ ໃຫ້ກຽດເຊິ່ງກັນ ແລະ ກັນ , ເປັນຄວາມສະບາຍໃຈໃຫ້ກັນ ທັງຕໍ່ຫນ້າ ແລະ ຫລັບຫຼັງ
ຄວາມຮັກຄືການອອກສຽງ ໄດ້ຊໍ້າໆກັນ
ຮັກຄືການ ສະແດງຕົວຕົນຂອງຄວາມດີ ໃຫ້ກຽດ ຕໍ່ຄົນອ້ອມຂ້າງຂອງເຮົາ ທັງຕໍ່ຫນ້າ ແລະ ຫລັບຫຼັງ ເພາະຄວາມຮັກ ບາງຄູ່ອາດຈະບໍ່ແມ່ນເລື່ອງຂອງເຮົາແຕ່ສອງຄົນ
ແລະ ຄວາມຮັກຄືການມອບແຕ່ສິ່ງດີໆໃຫ້ກັນ ເວົ້າແຕ່ສິ່ງດີໆເປັນກຳລັງໃຈໃຫ້ກັນ ກອດກັນ ໃຫ້ພະລັງກັນ ແລະ ມອບຄວາມຮັກໃຫ້ກັນທຸກໆມື້
ຂອບໃຈເຈົ້າ ໃນຕະຫລອດໄລຍະ 7ປີ ທີ່ຜ່ານມາ ເຮົາມີຫຍັງຫລາຍໆຢ່າງ ທີ່ເຮົາຜ່ານພົ້ນມານຳກັນ ທັງຖືກຍອມຮັບ ແລະ ບໍ່ຍອມຮັບ ມື້ນີ້ຄົງເປັນອີກຫນື່ງບາດກ້າວ ທີ່ເຈົ້າສະແດງໃຫ້ຄົນອື່ນໄດ້ເຫັນ ແລະ ຍອມຮັບມັນ ວ່າເຮົາທັງສອງເຫມາະສົມກັນທີ່ສຸດ ແລະ ຄວາມຮັກທີເຈົ້າມອບໃຫ້ ມັນຫລາຍກວ່າເງີນຄຳ ຂອບໃຈທີ່ເຈົ້າສູ້ເພື່ອອານາຄົດຂອງເຮົາ…..
.